ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍານັບ ຂອງ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກຸຍບາ

ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍານັບ ຂອງ ທ່ານ ລຸເບັນ ເລມິຈີໂອ ເຟີໂລ ປະທານສານປະຊາຊົນສູງສຸດ ແຫ່ງ ສ ກຸຍບາ ພ້ອມດ້ວຍຄະນະ ການຕອນຮັບດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ສິງຫາ 2019.

ຈຸດປະສົງການຢ້ຽມຢາມໃນຄັ້ງນີ້ ເພື່ອລາຍງານສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ກຸຍບາ. ສປປ ລາວ ແລະ ສ ກຸຍບາ ເປັນປະເທດເພື່ອນມິດຍຸດທະສາດ ມີການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຊຶ່ງເກີດຂຶ້ນບົນພື້ນຖານສັງຄົມນິຍົມ. ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 4 ພະຈິກ 1974, ສປປ ລາວ ໄດ້ຍົກຖານະເປັນສຳນັກງານຜູ້ຕາງໜ້າແນວລາວຮັກຊາດ ປະຈຳຢູ່ນະຄອນຫຼວງ ລາຮາວານ ຂຶ້ນເປັນສະຖານທູດໃນປີ 1965 ໂດຍແຕ່ງຕັ້ງທູດໄປປະຈຳຢູ່ ສ ກຸຍບາ. ສອງປະເທດຍຶດໜັ້ນແນວທາງອັນສະເໝີຕົ້ນສະເໝີປາຍຕໍ່ກັນ ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢູ່ໃນເວທີສາກົນ ແລະ ຂົງເຂດ ເພື່ອເອກະລາດແຫ່ງຊາດ, ສັນຕິພາບການພັດທະນາ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາປະເທດ. ໂດຍລວມແລ້ວການພົວພັນລະຫວ່າງສອງປະເທດກໍໜັກແໜ້ນໃນການຮ່ວມມືຖານອ້າຍນ້ອງຮ່ວມມິດຍຸດທະສາດ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເຂົ້າສູ່ລວງເລິກ ໂດຍໄດ້ມີການແລກປ່ຽນຄະນະຜູ້ແທນນຳກັນ ໃນລະດັບການນຳສູງສຸດລົງຮອດວິຊາການ ເພື່ອແລກປ່ຽນຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ແລະ ຮັດແໜ້ນຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ.

ໃນຕອນທ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຢ້ຽມຢາມຂອງທ່ານ ລຸເບັນ ເລມິຈິໂອ ເຟີໂລ ພ້ອມດ້ວຍຄະນະ ແລະ ອວຍພອນໃຫ້ ທ່ານ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ສປປ ລາວ-ສ ກຸຍບາ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ