ກອງປະຊຸມປາຖະກະຖາ, ເຜີຍແຜ່, ເຊື່ອມຊືມ ບັນດາເອກະສານຂອງຄະນະສູນກາງພັກ ກ່ຽວກັບວຽກງານກວດກາ ປະຈຳປີ 2017

ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປາຖະກະຖາ, ເຜີຍແຜ່, ເຊື່ອມຊືມ ບັນດາເອກະສານຂອງຄະນະສູນກາງພັກ ກ່ຽວກັບວຽກງານກວດກາ ປະຈຳປີ 2017 ຂຶ້ນໃນລະຫວ່າງວັນທີ 21-22 ມີນາ 2018 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ເສີມສຸກ ສິມພະວົງ ຮອງຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີສະຫາຍ ສົມລອນ ບຸນນະວົງ ຫົວໜ້າກົມກວດກາພັກອ້ອມຂ້າງສູນກາງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາ, ຮອງເລຂາ, ສະມາຊິກພັກພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເລົ່າຄືນປະຫວັດສາດຄວາມເປັນມາຂອງ ສົນທິສັນຍາສະຫະປາຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ ວັນທີ 9 ທັນວາ 2003-9 ທັນວາ 2017 ພ້ອມທັງເຜີຍແຜ່ບົດສະຫຼຸບການຕີລາຄາວຽກງານກວດກາ ປີ 2017 ແລະ ທິດທາງແຜນການ ປີ 2018 ຂອງຄະນະສູນກາງພັກ, ເຜີຍແຜ່ບົດໂອ້ລົມຂອງ ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2017, ຜ່ານຮ່າງບົດສະຫຼຸບການຕີລາຄາວຽກງານກວດກາ ປີ 2017 ແລະ ທິດທາງແຜນການ ປີ 2018 ຂອງຄະນະກວດກາພັກກະຊວງຍຸຕິທຳ, ເຜີຍແຜ່ບົດແນະນຳເພີ່ມເຕີມ ເລກທີ 04/ຄກສພ, ລົງວັນທີ 5 ມັງກອນ 2018 ກ່ຽວກັບສິດຕົກລົງວິໄນ ຂັ້ນກ່າວເຕື່ອນ, ປ່ຽນແປງ ຫຼື ລົບລ້າງຮູບການວິໄນ ຂອງຄະນະພັກ ຂັ້ນເມືອງ ແລະ ທຽບເທົ່າ, ຂໍ້ກຳນົດເລກທີ 05/ຄກສພ, ລົງວັນທີ 5 ມັງກອນ 2018 ວ່າດ້ວຍ ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຜົນຂອງການກວດກາ, ບົດແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ກ່ຽວກັບ ການດຳເນີນຄະດີສໍ້ລາດບັງຫຼວງ ແລະ ບົດແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 36/ອກລ, ລົງວັນທີ 5 ກຸມພາ 2018 ກ່ຽວກັບການກວດກາຕາມຜົນຂອງການກວດສອບ ແລະ ຮັບຟັງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018).
ໃນຕອນທ້າຍພິທີ ສະຫາຍ ສົມລອນ ບຸນນະວົງ ຫົວໜ້າກົມກວດກາພັກອ້ອມຂ້າງສູນກາງ ກໍໄດ້ມີຄຳເຫັນໂອ້ລົມ ດັ່ງນີ້:
1. ບັນຫາທີ່ພົ້ນເດັ່ນ: 
- ເຫັນວ່າຄະນະພັກ-ຄະນະນຳກະຊວງຍຸຕິທຳໄດ້ເອົາໃຈໃສ່ໃນການຈັດຕັ້ງເຊື່ອມຊຶມ, ຊີ້ນຳ-ນຳພາການດຳເນີນຊີວິດການເມືອງ, ບັ້ນປັບປຸງປົວແປງພາຍໃນພັກ ຢ່າງມີແບບແຜນ;
- ການຈັດຕັ້ງຜັນຂະຫຍາຍວຽກງານຕິດຕາມກວດກາແມ່ນພົ້ນເດັ່ນ, ແລະ ຮັດກຸມຂຶ້ນ;
- ວຽກງານຕິດຕາມກວດກາ ເຫັນວ່າຄະນະພັກ-ຄະນະນຳ ກໍໄດ້ເອົາໃຈໃສ່ຕິດຕາມກວດກາ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກເປັນລະບົບ ເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ.
2. ຂໍ້ຄົງຄ້າງ:
1. ສືບຕໍ່ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ທົ່ວເຖິງ;
2. ການຂະຫຍາຍພັກເຖິງຈະເພີ່ມຂຶ້ນ ແຕ່ຄຸນນະພາບ ຍັງບໍ່ດີເທົ່າທີ່ຄວນ, ບາງບ່ອນແມ່ນຂະຫຍາຍສະມາຊິກພັກເຂົ້າໃນແກນນຳ ແມ່ນມີໜ໋ອຍບໍ່ທັນທົ່ວເຖິງ ແລະ ຊັກຊ້າ;
3. ການປັບປຸງກົງຈັກລັດໄດ້ເຮັດເປັນຂະບວນດີ ແຕ່ບາງບ່ອນມີລັກສະນະຊັກຊ້າ;
4. ການແກ້ໄຂການຜັນຂະຫຍາຍບັ້ນການປົວແປງພັກ.
    ສຳລັບ ວຽກງານກວດກາໃຫ້ສືບຕໍ່ການນຳພາກວດກາ, ແບບມີແຜນການ, ມີການຕິດຕາມກວດກາ ແລະ ຄຸ້ມຄອງແບບຈຸລະພາກ.
 

ຂ່າວ-ພາບ: ບຸນຖອມ ພະສະແຫວງ