ເມືອງໜອງບົກ, ແຂວງຄຳມ່ວນ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ

 

ໃນວັນທີ 06 ເມສາ 2016 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໜອງບົກ, ແຂວງຄຳມ່ວນ ໄດ້ມີພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ຈັນທະລາ ຮອງເຈົ້າເມືອງໜອງບົກ, ຜູ່ຕ່າງໜ້າກົມໂຄສະນາອົບຮົມກົດໝາຍ, ສະຖາບັນຍຸຕິທຳແຫ່ງຊາດ, ກົມຄຸ້ມຄອງລະບົບຍຸຕິທຳ, ມີຮອງຫົວໜ້າພະແນກຍຸທຳ ແຂວງຄຳມ່ວນ, ຫົວໜ້າຫ້ອງການຍຸຕິທຳເມືອງ, ຄະນະນຳຂອງເມືອງ, ພະນັກງານອ້ອມຂ້າງເມືອງ, ນັກສຶກສາ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ທີ່ຈົບການຮຽນຄັ້ງນີ້ເຂົ້າຮ່ວມ ຈຳນວນ 62, ຄົນຍິງ 17 ຄົນ.

ເຂົ້າຮ່ວມເປັນກຽດໃນພິທີປີດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ມີຄະນະກົມຂອງກະຊວງຍຸຕິທຳພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນໄລຍະສາມເດືອນຜ່ານມາ. ພ້ອມທັງມອບໃບປະກາສະນິຍະບັດ, ໃບຍ້ອງ ຍໍໃຫ້ແກ່ຄະນະຮັບຜິດຊອບການຮຽນຂອງເມືອງ, ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຜູ່ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານການຮຽນ-ການສອນ. ຫຼັງຈາກນັ້ນ ທ່ານ ຮອງເຈົ້າເມືອງ ກໍໄດ້ມີຄຳເຫັນຕໍ່ຄະນະຮັບຜິດຊອບການຮຽນ-ການສອນ, ນັກສຶກສາ ແລະ ນັກ ຮຽນກົດໝາຍຊັ້ນຕົ້ນ. ບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂ ແລະ ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າຕື່ມອີກ, ໃນຕອນທ້າຍກໍໄດ້ພິທີບາສີໃຫ້ແກ່ການນຳເມືອງ, ຕ່າງໜ້າບັນດາກົມ, ພະແນກຍຸຕິທຳແຂວງ ແລະ ອອຍພອນຊຶ່ງກັນ ແລະ ກັນ ໃນໂອກາດປິໃໝ່ລາວ.

 

ປະເພດຂ່າວ: