ເມືອງບໍລິຄັນແຂວງບໍລິຄຳໄຊປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ

     

ໃນວັນທີ 07 ເມສາ 2016 ຜ່ານມານີ້ ຢູ່ທີ່ກຸ່ມບ້ານນາກຸນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ ໄດ້ມີພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ໂດຍເປັນປະທານຂອງ ທ່ານ ບຸນສອນ ຄຸນໄຊລິດດາ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆບໍລິຄັນ, ທ່ານ ຄຳພັນ ໃຊຍະສານ, ຮອງຫົວໜ້າພະ ແນກ ຍຸຕິທຳ ແຂວງບໍລິຄຳໄຊ ແລະ ຜູ່ຕ່າງກົມໂຄສະນາອົບຮົມກົດໝາຍ, ສາຖາບັນຍຸຕິທຳແຫ່ງຊາດ, ກົມຄຸ້ມຄອງລະບົບ ຍຸຕິທຳ, ພ້ອມທັງນັກຮຽນກົດ ໝາຍຊັ້ນຕົ້ນທີ່ຈົບການຮຽນໃນຄັ້ງນີ້ເຂົ້າຮ່ວມ ຈຳນວນ 62 ຄົນ, ຍິງ 7 ຄົນ. ເຂົ້າຮ່ວມເປັນກຽດໃນການປິດຊຸດຮຽນກົດໝາຍຊັ້ນຕົ້ນ ໃນຄັ້ງນີ້ມີຄະ ນະກົມກະຊວງຍຸຕິທຳພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນລາຍງານສະພາບການຮຽນ-ການສອນກົດ ໝາຍຊັ້ນຕົ້ນໃນໄລຍະສາມເດືອນຜ່ານມາ. ພ້ອມທັງມອບໃບປະກາສະນິຍະບັດ, ໃບຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບການຮຽນຂອງເມືອງ, ນັກສຶກສາ ຈາກສະຖາບັນຍຸຕິທຳແຫ່ງຊາດ ແລະ ນັກຮຽນກົດໝາຍກົດໝາຍຊັ້ນຕົ້ນ ຜູ່ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານການຮຽນ-ການສອນ, ຫຼັງຈາກນັ້ນ ທ່ານ ຮອງເຈົ້າເມືອງ ກໍໄດ້ມີຄໍາເຫັນຕໍ່ຄະນະຮັບຜິດຊອບການຮຽນການສອນ, ນັກສຶກສາ ແລະ ນັກຮຽນກົດໝາຍຊັ້ນຕົ້ນ, ບາງບັນຫາທີ່ ຈະຕ້ອງໄດ້ແກ້ໄຂ ແລະ ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າຕື່ມອີກ. ໃນຕອນທ້າຍກໍໄດ້ມີພິທີ ບາສີສູ່ຂວັນໃຫ້ແກ່ການນຳເມືອງ, ຕ່າງໜ້າບັນດາກົມ, ພະແນກຍຸ ຕິທຳແຂວງ ແລະ ນັກຮຽນ-ນັກສຶກສາ ອອຍພອນເຊິ່ງກັນ ແລະ ກັນໃນໂອກາດປິໃໝ່ລາວ.

    

ປະເພດຂ່າວ: