ອົງຄະນະພັກກະຊວງຍຸຕິທໍາ ດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈໍາປີ 2017

     ​ໃນ​ວັນ​ທີ 2 ມີຖຸນາ 2017 ນີ້ ກະຊວງຍຸຕິທໍາ  ​​ໄດ້​ຈັດກອງປະຊຸມດໍາເນີນຊີວິດການເມືອງ​ປັບປຸງປົວ​ແປງ​ພັກ ທົ່ວອົງຄະນະພັກກະຊວງຍຸຕິທໍາ ປະຈໍາປີ 2017 ໂດຍ​ການ​ໃຫ້ກຽດເຂົ້າຮ່ວມເປັນປະທານ​ຂອງ ສະ ຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍເລຂາ, ຮອງເລຂາ, ຄະນະບໍລິຫານງານພັກກະຊວງຍຸຕິທໍາ, ຕາງໜ້າຄະນະ​ຈັດ​ຕັ້ງ​ສູນກາງ, ຄະນະກວດກາ ສູນກາງພັກ ແລະ ມີສະມາ​ຊິກ​ພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທໍາ ​ເຂົ້າ​ຮວ່ມຢ່າງພ້ອມພຽງ.

     ​ໃນ​ພິທີ​ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໄດ້​ເຜີຍ​ແຜ່​ເອກະສານ​ ຄຳ​ສັ່ງ​ເລກທີ 01 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ ປີ 2017, ຂໍ້​ກຳ ນົດ​ເລກທີ 04 ຂອງ​ກົມການ​ເມືອງ ສູນ​ກາງ​ພັກ​ວ່າ​ດ້ວຍ​ ມາດຕະຖານ​ຂອງ​ພະນັກງານ, ​ເອກະສານ​ເດັດດ່ຽວປົວ​ແປງ​ພັກ​ໃຫ້​ປອດ​ໃສ,​ ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ.

     ຈຸດ​ປະສົງ​ຂອງ​ການຈັດ​ຕັ້ງ​ເຊື່ອມຊຶມ​​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​ເຮັດໃຫ້​ສະມາຊິກ​ພັກ​ທຸກສະຫາຍ,​ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີ​ງານ​ຂອງ​ພັກ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ຄຸນທາດ​ການ​ເມືອງ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ, ແບບແຜນວິທີເຮັດວຽກ, ນ້ຳ​ໃຈ​ຮັບໃຊ້​ປະຊາຊົນ  ​ແລະ ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການເມືອງ ​ທີ່​ໄດ້​ຮັບ​ມອບໝາຍຈາກ​ຄະນະ​ພັກ​​ຂັ້ນເທິງ.       

     ຫຼັງຈາກນັ້ນ ສະຫາຍ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໄດ້ຜ່ານບົດສະຫຼຸບການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງມີ IV ຂອງອົງຄະນະພັກກະຊວງຍຸຕິທໍາ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕໍ່ບັ້ນດໍາເນີນຊີວິດການເມືອງປັງປຸງປົວແປງທົ່ວພັກ ປີ 2017 ຂອງກະຊວງຍຸຕິທໍາ.

     ໃນຕອນທ້າຍພິທີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນຊີ້ນໍາ ໃຫ້ກໍາແໜ້ນເນື້ອໃນຈິດໃຈຂອງຄໍາສັ່ງເລກທີ 01/ກມສພ, ລົງວັນທີ 1/2/2017 ວ່າດ້ວຍ ການດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວພັກປີ 2017 ເພື່ອເຮັດໃຫ້ບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກກະຊວງຍຸຕິທໍາ ໃນຄັ້ງນີ້ ຕ້ອງມີການຫັນປ່ຽນໄປສູ່ ອັນໃໝ່ຢ່າງແທ້ຈິງ ແລະ ເປັນແບບຢ່າງໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ແກ່ສັງຄົມ.

ຂຽນຂ່າວ: ໄຊຍະສິດ      ຖ່າຍພາບໂດຍ: ສົມຫັວງ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: