ພິທີມອບໃບຢັ້ງຢຶນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ທີ່ສະໂມສອນກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2019 ຜ່ານມາ ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີສະຫາຍເລຂາ, ຮອງເລຂາຂອງບັນດາໜ່ວຍພັກກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງຍຸຕິທຳເຂົ້າຮ່ວມຈຳນວນ 182 ສະຫາຍ, ຍິງ 83 ສະຫາຍ.

ໃນພິທີ ສະຫາຍ ຄຳເສີດ ວິລະພັນ ຮອງເລຂາໜ່ວຍພັກກົມ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ວ່າດ້ວຍ ການຮັບຮອງເອົາຜົນການຕີລາຄາຄຸນນະພາບສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018, ຊຶ່ງປະກອບມີ 3 ໜ່ວຍພັກ ດັ່ງນີ້: 1. ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, 2. ໜ່ວຍພັກກົມທະບຽນສານ, 3. ໜ່ວຍພັກກົມໂຄສະນາເຜີຍແຜ່ກົດໝາຍ. ໜ່ວຍພັກປະເພດກາງມີ 10 ໜ່ວຍພັກ ແລະ ສະມາຊິກພັກໄດ້ປະເພດແຂງມີ 132 ສະຫາຍ, ຍິງ 40 ສະຫາຍ. ສະມາຊິກພັກໄດ້ປະເພດກາງ 34 ສະຫາຍ, ຍິງ 17 ສະຫາຍ, ສະມາຊິກພັກບໍ່ໄດ້ຮັບການຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດ 76 ສະຫາຍ, ຍິງ 19 ສະຫາຍ.

ຫຼັງຈາກນັ້ນ, ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ໃຫ້ແກ່ 3 ໜ່ວຍພັກດັ່ງກ່າວ.

ໃນຕອນທ້າຍຂອງພິທີ ສະຫາຍ ປອ. ເສີມສຸກ ສິມພະວົງ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ທີ່ຍາດມາໄດ້ ໃນການຊີ້ນໍາ-ນໍາພາທຸກການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ ແລະ ໄດ້ຮັບການມອບໝາຍດ້ວຍຄວາມຮັບຜິດຊອບສູງ ຈົນສາມາດຍາດໄດ້ຜົນງານເປັນໜ່ວຍພັກເຂັ້ມແຂງ, ປອດໃສ, ໜັກແໜ້ນໃນປີຜ່ານມາ ພ້ອມກັນນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນຈົ່ງສືບຕໍ່ຮັກສາມູນເຊື້ອນີ້ໄວ້ ພ້ອມທັງສູ້ຊົນໃນການສ້າງ ແລະ ຂະຫຍາຍໜ່ວຍພັກເຂັ້ມແຂງ, ປອດໃສ, ໜັກແໜ້ນ ໄປສູ່ໜ່ວຍພັກອື່ນໃນປີຕໍ່ໜ້າ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ

ປະເພດຂ່າວ: