ພິທີປິດຊຸດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນຕອນເຊົ້າຂອງວັນທີ 21 ທັນວາ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ປິດຊຸດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທົ່ວປະເທດຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນ, ສະຖາບັນຍຸຕິທຳແຫ່ງຊາດ, ຕະຫຼອດຮອດຜູ້ເຂົ້າຮ່ວມຝຶກອົບຮົມຈາກບັນດາກະຊວງ, ອົງການລັດທຽບເທົ່າ, ພະແນກຍຸຕິທຳແຂວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ 38 ທ່ານ, ຍິງ 11 ທ່ານ.

ໃນພິທີ ທ່ານ ນ. ເພັດສະໄໝ ໄຊມຸງຄຸນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເປັນການຍົກລະດັບໃຫ້ພະນັກງານລັດຖະກອນ, ຄະນະພັກ, ຄະນະນໍາກະຊວງຍຸຕິທໍາ ໄດ້ຖືເປັນວຽກແຖວໜ້າ ແລະ ເອົາໃຈໃສ່ຢ່າງຕໍ່ເນື່ອງ, ເປັນເປົ້າໝາຍຂອງການຍົກສູງຄຸນນະພາບວຽກງານຂອງຂະແໜງຍຸຕິທໍາ ກໍແມ່ນການພັດທະນາບຸກຄະລາກອນ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໂດຍສະເພາະ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ພະນັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນຂອບເຂດທົ່ວປະເທດ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີສະຕິ, ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເປັນການຍົກລະດັບໃຫ້ພະນັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝຶກອົບຮົມໃຫ້ຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ-ໜ້າທີ່ຂອງຕົນໃຫ້ກາຍເປັນພະນັກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ມີຄວາມໜັກແໜ້ນທາງດ້ານວິຊາການ ເປັນຕົ້ນແມ່ນເພີ້ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຂັ້ນຕອນການໄກ່ເກັ່ຍໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ. 
ສຳລັບເນື້ອໃນການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນຄັ້ງນີ້ ແມ່ນມີບັນດາເອກະສານທີ່ນໍາມາສິດສອນ ແລກປ່ຽນປະກອບມີ: ຂໍ້ຕົກລົງເລກທີ 320/ກຍ ແລະ ພາລະບົດບາດຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມຮູ້ພື້ນຖານຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົດໝາຍສາກົນ, ສົນທິສັນຍານິວຢອກຄອນເວັນຊັນ 1958, ວຽກງານສັງລວມ ແລະ ບໍລິຫານ, ການແຕ່ງຕັ້ງຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນເຂົ້າໃນປື້ມບັນຊີລາຍຊື່ຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນ, ກົດໝາຍແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ປີ 2018, ການຄຸ້ມຄອງຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນ, ຈັນຍາບັນຂອງຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນ, ຂັ້ນຕອນດໍາເນີນການໄກ່ເກັ່ຍ, ການດໍາເນີນການໄກ່ເກັ່ຍຈໍາລອງ, ການດໍາເນີນການຕັດສິນ, ຂັ້ນຕອນການດໍາເນີນການຕັດສິນ, ການດໍາເນີນການຕັດສິນຈໍາລອງ, ເຕັກນິກການຂຽນຄໍາຕັດສິນ, ການອອກຄໍາຊີ້ຂາດ, ວຽກງານຕິດຕາມ ແລະ ປະເມີນຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ເອກະສານອື່ນໆ. 
ໃນຕອນທ້າຍ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ກໍຍັງໃຫ້ກຽດໂອ້ລົມຕໍ່ນັກຝຶກອົບຮົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູອາຈານທີ່ໄດ້ເອົາໃຈໃສ່ໃນການຊີ້ນຳ - ນຳພາຄົ້ນຄວ້າ, ສິດສອນໃຫ້ນັກຝຶກອົບຮົມໄດ້ສໍາເລັດ ແລະ ນັກຝຶກອົບຮົມກໍໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຕະຫຼອດໄລຍະ 10 ວັນ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ກໍກັບຄືນສູ່ທ້ອງຖິ່ນ, ກົມກອງຂອງຕົນ, ຕ້ອງນຳເອົາບົດຮຽນ, ຄວາມຮູ້ຄວາມສາມາດດ້ານວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທີ່ໄດ້ສຶກສາຮໍ່າຮຽນມາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນຫ້ອງການ, ກົມກອງຂອງຕົນໃຫ້ໄດ້ຮັບຜົນດີມີປະສິດທິຜົນດີຂຶ້ນ ແລະ ທ່ານກໍໄດ້ໃຫ້ກຽດມອບໃບຍັ້ງຢຶນໃຫ້ແກ່ນັກຝຶກອົບຮົມທີ່ໄດ້ສໍາເລັດການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: