ກະຊວງຍຸຕິທຳເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ x

ຕອນເຊົ້າຂອງວັນທີ 7 ກຸມພາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ x ຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫ້ອງການ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງກອງປະຊຸມ ເພື່ອຮັບຟັງການເຜີຍແຜ່ມະຕິເລກທີ 057/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍ ການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ແລະ ມະຕິເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ພາຍຫຼັງໄດ້ຮັບຟັງຈຸດປະສົງກອງປະຊຸມແລ້ວ ທ່ານປະທານກອງປະຊຸມກໍໄດ້ເຜີຍແຜ່ບົດສັງລວມຫຍໍ້ ກ່ຽວກັບການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງມະຫາພາກຂອງຂະແໜງຍຸຕິທຳ. ສະນັ້ນ, ສະພາບຈຸດພິເສດ ກະຊວງຍຸຕິທຳແມ່ນຂະແໜງການໜຶ່ງຂອງລັດຖະບານ ຊຶ່ງເຮັດໜ້າທີ່ໃນການສ້າງແຜນຍຸດທະສາດໃນການພັດທະນາລັດທີ່ປົກຄອງດ້ວຍກົດໝາຍເວົ້າລວມເວົ້າສະເພາະ ແມ່ນການສ້າງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການບໍລິການທາງດ້ານກົດໝາຍ, ການຮ່ວມມືກັບສາກົນ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຕາມພາລະບົດບາດໜ້າທີ່ ທີ່ກຳນົດຢູ່ໃນດຳລັດເລກທີ 411/ນຍ, ລົງວັນທີ 16 ພະຈິກ 2016 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທຳ.

ຈາກນັ້ນ, ທ່ານປະທານກໍໄດ້ເຜີຍແຜ່ບົດສັງລວມໂດຍຫຍໍ້ກ່ຽວກັບການປັບປຸງລະບົບຮາກຖານການເມືອງ ຂອງອົງຄະນະພັກກະຊວງຍຸຕິທຳ ໂດຍເຫັນໄດ້ຄວາມສຳຄັນຂອງລະບົບຮາກຖານການເມືອງ ຄະນະບໍລິຫານງານພັກກະຊວງໄດ້ຕັ້ງໜ້າຜັນຂະຫຍາຍມະຕິພັກ ກ່ຽວກັບການກໍ່ສ້າງ-ປັບປຸງຮາກຖານການເມືອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊັ່ນ: ກະຊວງຍຸຕິທຳມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບການກໍ່ສ້າງ ແລະ ປັບປຸງກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ, ສ້າງບຸກຄະລາກອນກົດໝາຍ, ບໍລິການວຽກງານກົດໝາຍ ແລະ ຍຸຕິທຳ ແລະ ການພົວພັນຮ່ວມມືສາກົນດ້ານກົດໝາຍ ແລະ ວຽກງານຍຸຕິທຳໃນທົ່ວປະເທດ ແລະ ສາມາດຕີລາຄາການຊີ້ນຳ-ນຳພາປັບປຸງລະບົບຮາກຖານການເມືອງ ແລະ ທິດທາງໃນການປັບປຸງຮາກຖານການເມືອງໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ມີຄຳຖາມເຈາະຈີ້ມບາງບັນຫາ ກ່ຽວກັບມະຕິ ເລກທີ 057/ຄບສພ, ລົງວັນທີ 19 ທັນວາ 2018 ແລະ ມະຕິ ເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ເພື່ອໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນເຂົ້າໃນມະຕິດັ່ງກ່າວ ດ້ວຍບັນຍາກາດອັນຟົດຟື້ນ. ກອງປະຊຸດໄດ້ດຳເນີນເປັນເວລາ ໜຶ່ງວັນ ແລະ ໄດ້ອັດລົງໃນເວລາ 16: 00 ນາທີ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: