ກອງປະຊຸມໄຕມາດສາມ ແລະ ສີ່ ຂອງໂຄງການຈັດຕັ້ງແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ

     ໃນຕອນເຊົ້າຂອງວັນທີ 21 ທັນວາ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມໄຕມາດທີສາມ ແລະ ສີ່ ຂອງໂຄງການຈັດຕັ້ງແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ເພື່ອສະຫຼຸບວຽກງານກິດຈະກໍາຕ່າງໆ ແລະ ປຶກສາຫາລືທິດທາງແຜນການຕໍ່ໜ້າຂອງໂຄງການ ພາຍໃຕ້ການການເປັນປະທານຂອງ ທ່ານ ນະລົງລິດ ນໍລະສິງ ວ່າການຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ພ້ອມທັງເປັນຜູ້ຮັບຜິດຊອບຈັດຕັ້ງແຜນແມ່ບົດພັດທະນາ ລັດປົກຄອງດ້ວຍກົດໝາຍ ກະຊວງຍຸຕິທໍາ, ມີຜູ້ຕ່າງໜ້າຈາກບັນດາກົມ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມ ແຫ່ງ ສປປ ລາວ, ກະຊວງການຕ່າງປະເທດ, ສະພາແຫ່ງຊາດ, ຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ຫົວໜ້າໜ່ວຍງານປົກຄອງອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ,  ສະຖານທູດຝຣັ່ງປະຈໍາ ສປປ ລາວ ແລະ ຮັກສາການຫົວໜ້າໜ່ວຍງານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດສະຫະ ລັດອາເມຣິກາ ປະຈໍາ ສປປ ລາວ.

     ໃນກອງປະຊຸມ ທ່ານ ພຸດທະບັນດິດ ວາຣິນທຣະສັກ ຜູ້ປະສານງານໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດກິດຈະກຳ ໃນໄຕມາດທີສາມ ແລະ ສີ່  ໂດຍສະເພາະ ການຈັດຕັ້ງ ປະຕິບັດກິດຈະກໍາທີ່ພົ້ນເດັ່ນຂອງແຕ່ລະແຜນງານ ເປັນຕົ້ນ ການທາບທາມຮ່າງປະມວນກົດໝາຍອາຍາ ສະບັບທໍາອິດຂອງ ສ ປປລາວ, ວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານກົດໝາຍ, ວຽກງານຍຸຕິທໍາຮາກ ຖານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນໃສ່ທິດທາງແຜນການຕໍ່ໜ້າຂອງໂຄງການໂດຍສະເພາະຈະສຸມໃສ່ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄົງຄ້າງ ຫຼື ມີລັກສະນະ ສືບຕໍ່ຈັດຕັ້ງປະຕິບັດຂອງແຜນງານຕ່າງໆ.

     ໃນໂອກາດນີ້ ທ່ານ ນະລົງລິດ ນໍລະສິງ ຜູ້ຮັບຜິດຊອບຈັດຕັ້ງແຜນແມ່ບົດພັດທະນາລັດແຫ່ງກົດໝາຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການສະໜັບສະໜູນໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດ ປົກຄອງດ້ວຍກົດໝາຍ ໂດຍສະເພາະແມ່ນຜູ້ໃຫ້ການຊ່ວຍເຫຼືອຕົ້ນຕໍແມ່ນສະຫະພາບເອີຣົບ, ອົງການສະຫະປະຊາຊາດເພື່ອການພັດທະນາ, ລັດຖະບານສະຫະລັດອາເມຣິກາ ແລະ ລັດຖະບານຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນ ຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃນລະຍະຜ່ານມາ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນຂະແໜງການກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວເປັນຮູບປະທໍາຍິ່ງໆຂຶ້ນ.

ຂ່າວ: ໄຊຍະສິດ  ພາບ: ສົມຫວັງ

ປະເພດຂ່າວ: