ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ

ຂປລ. ກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະ ນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ຫຼັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ່ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ່ແທນບົ່ງຕົວ 1 ສະຫາຍ. ບັນດາຜູ່ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ, ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກ ດັ່ງນີ້:

  1. ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫຼຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ-ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະ ຈຸດໝາຍ​ທີ່​ວາງ​ໄວ້.
ປະເພດຂ່າວ: