ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ

      ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ຄັ້ງທີ 5 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ ​11 ​ກໍລະກົດ 2017 ຢູ່​ທີ່ກະຊວງ​ຍຸຕິ​ທໍາ ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ ​ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​​ເລຂາ​ຄະນະ​ບໍລິຫານ​ງານ​ພັກ ​ກະຊວງ​ຍຸຕິ​ທຳ, ມີ​ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ເລຂາ, ຮອງ​ເລຂາໜວ່ຍພັກ ​ແລະ ຜູ້ຕາງ​ໜ້າຈາກ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມທັງໝົດ 34 ສະຫາຍ, ຍິງ 7 ສະຫາຍ.

     ໃນກອງປະຊຸມ ສະຫາຍ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທໍາ ປະຈໍາໄຕມາດ 2 (ແຕ່​ເດືອ​ນ 4-6)   ​ແລະ ກຳນົດ​ທິດທາງແຜນການ​ຂອງໄຕມາດ 3 (ແຕ່​ເດືອນ 7-9 ປີ 2017) ໃນລະຍະ​ຜ່ານ​ມາຄະນະ​ພັກ-ຄະນະ​ນຳ​ ກະຊວງ​ກໍໄດ້​ເອົາ​ໃຈ​ໃສ່​ເຮັດວຽກງານ​ສຶກສາ​ອົບຮົມ​ການ​ເມືອງ ນຳພາ​ແນວ​ຄິ​ດ​ຢ່າງ​ເປັນ​ປົກກະຕິ ເຫັນ​ວ່າ​ໃນ​ລະຍະ 3 ​ເດືອນຜ່ານ​ມາ ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ກະຊວງ​ຍຸຕິ​ທໍາ ມີ​ຄວາມ​ອຸ່ນ​ອຽ່ນ, ທຸ່ນ​ທຽ່ງ, ​ເຊື່ອໝັ້ນຕໍ່​ການ​ຊີ້​ນຳໆພາ​ຂອງ​ອົງຄະ​ນະ​ພັກ​, ​ພາຍໃນມີ​ຄວາມ​ສະຫງົບ,  ​ແລະ ມີ​ຄວາມ​ເອກະ​ພາບ​ສູງ, ມີ​ຄວາມ​ຫ້າວຫັນ ໃນ​ການປະຕິບັດໜ້າທີ່​ວຽກງານຂອງຕົນຍາດ​ໄດ້, ຜົນ​ງານ​ພົ້ນ​ເດັ່ນ​ໃນຫຼາຍດ້ານ ​ເປັນ​ຕົ້ນ ​ການເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈໍາປີ 2017 ທັນຕາມກໍານົດເວລາ, ເປັນເຈົ້າ​ການ​ໃນ​ການ​ເຕົ້າ​ໂຮມ​ສາມັກຄີ​ພາຍ​ໃນ, ​ເອົາ​ໃຈ​ໃສ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ດຳລັດ ສະບັບເລກທີ 411/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ຍຸຕິ​ທຳ, ນຳພາ​ຄົ້ນຄວ້າ​ປັບປຸງ​ພາລະ​ບົດບາດ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນຍຸຕິທໍາ, ພະແນກຍຸຕິທໍາທ້ອງຖິ່ນ, ຫ້ອງການຍຸຕິທໍາເມືອງໃນຂອບເຂດທົ່ວປະເທດ. ຫຼັງຈາກນັ້ນ​ ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບດັ່ງ​ກ່າວ ຢ່າງ​ມີບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບກັນ ​ແນ່​ໃສ່​​ເຮັດ​ໃຫ້​ຮ່າງ​ບົດ​ສະຫຼຸບດັ່ງກ່າວ ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂຶ້ນ.

     ພ້ອມ​ດຽວກັນ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​​ຜ່ານເນື້ອໃນ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ​ຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ວ່າດ້ວຍການກໍານົດມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ຂອງຂະແໜງຍຸຕິທໍາ ແລະ ສືບຕໍ່ປັບປຸງຮ່າງມະຕິວ່າດ້ວຍການຮັບຮອງເອົາແຜນງານການເຄື່ອນໄຫວຂອງກະຊວງຍຸຕິທໍາ ຊຶ່ງມະຕິດັ່ງກ່າວໄດ້ກໍານົດມີ 6 ແຜນງານ ແລະ 22 ໂຄງການຂອງຂະແໜງຍຸຕິທໍາ ແຕ່ນີ້ຮອດປີ 2020 ແລະ ​ເອກະສານ​ສຳຄັນ​ຂອງ​ພັກ​ຈຳນວນໜຶ່ງ​.

     ໃນຕອນທ້າຍ ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ກໍໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ​, ພະນັກງານ​-ລັດຖະກອນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອ​ບ ໃນໜ້າທີ່​ການ​ເມືອງ​ຂອງ​ຕົນ  ​ແລະ ​ເພີ່​ມທະວີຄວາມ​ສາມັກ​ຄີ​ເປັນ​​ຈິດ​ໜຶ່ງ​ໃຈ​ດຽວກັນ, ສຸມ​ສະຕິ​ປັນຍາ ​ແລະ ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ວຽກງານທີ່​ຕົນ​ຮັບຜິດຊອບໃຫ້ມີຜົນສໍາເລັດ.

ຂຽນຂ່າວ: ​ໄຊຍະສິດ,   ຖ່າຍພາບໂດຍ: ສຸກ​ສາຄອນ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: