ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ

     ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ ​10 ​ເມສາ 2017 ຢູ່​ທີ່​ຫ້ອງປະຊຸມ ກະຊວງ​ຍຸຕິ​ທໍາ ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ, ເຂົ້າ​ຮ່ວມມີຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ເລຂາ-ຮອງ​ເລຂາໜວ່ຍພັກ ​ແລະ ຕາງໜ້າ​ຈາກ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມທັງໝົດ 40 ສະ ຫາຍຍິງ 6 ສະຫາຍ.

     ໃນກອງປະຊຸມ ສະຫາຍ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທໍາ ​ແຕ່​ເດືອ​ນ ມັງກອນ ຫາ ມີນາ ແລະ ທິດ​ທາງແຜນ ການ​ຕໍ່ໜ້າແຕ່​ເດືອນ ເມສາ ຫາ ມິຖຸນາ 2017 ​ໃນ​ບົດ​ສະຫຼຸບ​​ໄດ້​ຍົກ​ໃຫ້​ເຫັນ​ວ່າ​ຕະຫຼອດ​ລະ​ຍະ 3 ເດືອນ​ຜ່ານ​ມາ ຄະນະ​ພັກ-ຄະນະ​ນຳ​ ກະຊວງ​ໄດ້​ເອົາ​ໃຈ​ໃສ່​​ວຽກງານສື​ກສາ​ອົບຮົມ​ການ​ເມືອງ, ນຳພາ​ແນວ​ຄິ​ດພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຢ່າງ​ເປັນ​ປົກກະຕິ ເຮັດ​ໃຫ້ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ມີ​ຄວາມ​ອຸ່ນ​ອຽ່ນ, ທຸ່ນ​ທຽ່ງ​ເຊື່ອໝັ້ນຕໍ່​ການ​ຊີ້​ນຳໆພາ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ຍຸຕິ​ທຳ, ​ເຮັດ​ໃຫ້ສະ​ພາບ​ໂດຍ​ລວມມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເອກະ​ພາບ​ສູງ, ມີ​ຄວາມ​ເບີກບານ​ມ່ວນຊື່ນ​ ແລະ ຫ້າວ​ຫັນໃນ​ການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານ​ຂອງ​ຕົນ ຊຶ່​ງສາມາດ​ຍາດ​ໄດ້ຜົນ​ງານ​ພົ້ນ​ເດັ່ນ​ໃນຫຼາຍດ້ານ ​ເປັນ​ຕົ້ນ ​ເປັນເຈົ້າ​ການ​ໃນ​ການ​ເຕົ້າ​ໂຮມ​ສາມັກຄີ​ພາຍ​ໃນ,​ ເອົາ​ໃຈ​ໃສ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ດຳລັດ 411/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ຍຸຕິ​ທຳ, ນຳພາ​ຄົ້ນຄວ້າ​ປັບປຸງ​ພາລະ​ບົດບາດ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ, ຫຼັງຈາກນັ້ນ​, ບັນດາ​ສະຫາຍ​ທີ່​ເຂົ້າ​ຮວ່ມກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບດັ່ງ​ກ່າວຢ່າງ​ມີບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບກັນ ​ແນ່​ໃສ່​​ເຮັດ​ໃຫ້​ຮ່າງ​ບົດ​ສະຫຼຸບດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂຶ້ນ. ພ້ອມ​ດຽວກັນ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​​ເຊື່ອມ​ຊຶມ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ວ່າ​ດ້ວຍ​ການຈັດ​ຕັ້ງ​ດຳ​ເນີນ​ຊີວິດ​ການ​ເມືອງປັບປຸງ​ປົວ​ແປງ​ພາຍ​ໃນ​ພັກ  ​ແລະ ​ເອກະສານ​ສຳຄັນ​ຂອງ​ພັກ​ຈຳນວນໜຶ່ງ​.

     ໃນຕອນທ້າຍ ສະຫາຍ​ ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ກໍໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ​, ພະນັກງານ​-ລັດຖະກອນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອ​ບໃນໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ​ເພີ່​ມທະວີຄວາມ​ສາມັກ​ຄີ​ເປັນ​​ຈິດ​ໜຶ່ງ​ໃຈ​ດຽວກັນສຸມ​ສະຕິ​ປັນຍາ ​ແລະ ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ວຽກງານທີ່​ຕົນ​ຮັບຜິດຊອບໃຫ້ມີຜົນສໍາເລັດ​ຕາມ​ທິດ​ທາງ​ແຜນ​ການ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ IV ຂອງ​ອົງ​ຄະ​ນະ​ພັກ​ກະ​ຊວງ​ຍຸ​ຕິ​ທຳ​ວາງ​ອອກ.

ຂຽນຂ່າວ: ​ອ່ອນ​ຄຳ    ຖ່າຍພາບ: ສຸກ​ສາຄອນ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: