ກອງປະຊຸມສຳມະນາກ່ຽວກັບຮ່າງປະມວນກົດໝາຍແພ່ງ ທີ່ແຂວງຈຳປາສັກ

        ເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງກົດໝາຍ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ໃນລະຫວ່າງວັນທີ 14-17 ມີນາ 2017 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຮ່າງປະມວນກົດ ໝາຍແພ່ງ ຮ່ວມກັບສະມາຊິກ ສະພາແຫ່ງຊາດ ຄັ້ງທີ 2 ຂຶ້ນ ຢູ່ທີ່ໂຮງແຮມປາກເຊ, ແຂວງຈຳປາສັກ ໂດຍການສະໜັງສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ (Jica) ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະສ້າງຮ່າງປະມວນກົດໝາຍແພ່ງ ປະທານຮ່ວມ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ 12 ຫາ ເຂດເລືອກຕັ້ງ ທີ 17  ແລະ ຄະນະຮັບຜິດຊອບສ້າງປະມວນກົດໝາຍແພ່ງເຂົ້າຮ່ວມ ຈຳນວນທັງໝົດ 60 ທ່ານ. 

        ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແລກປ່ຽນຄຳຄິດເຫັນຮ່ວມກັບສະມາຊິກສະພາແຫ່ງຊາດກ່ອນນຳຮ່າງປະມວນກົດໝາຍແພ່ງເຂົ້າທາບທາມຄຳເຫັນຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດ ທີ 8 ຂອງທ້າຍເດືອນເມສາ 2017 ນີ້. ສຳລັບເນື້ອໃນທີ່ນຳເຂົ້າໃນກອງປະຊຸມສຳມະນາເທື່ອນີ້ ປະກອບມີ ພາກບົດບັນຍັດທົ່ວໄປ; ບຸກຄົນ ແລະ ນິຕິບຸກຄົນ; ຄອບຄົວ; ຊັບ, ກຳມະສິດ ແລະ ສິດຕໍ່ຊັບອື່ນ; ຂໍ້ຜູກພັນໃນສັນຍາ, ການຄ້ຳປະກັນ; ຂໍ້ຜູກພັນນອກສັນຍາ ແລະ ມູນມໍຣະດົກ ຊຶ່ງຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງປະມວນກົດ   ໝາຍສະບັບດັ່ງກ່າວຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກຕົວຈິງ ໃນເງື່ອນໄຂເສດຖະກິດຕະຫຼາດທີ່ມີການແກ້ງແຍ່ງແຂ່ງຂັນຢູ່ປະເທດເຮົາ ແລະ ການເຊື່ອມໂຍງກັບສາກົນ.

 

ຂ່າວ: ສີປະໄພ   ພາບ: ຈັນທະວີສຸກ

ປະເພດຂ່າວ: