ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ

      ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ທະນາຍຄວາມທົ່ວປະເທດ ປະຈຳປີ 2016 ສະພາທະນາຍຄວາມ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະໄໝວິສາມັນຂຶ້ນ ເພື່ອຜ່ານ ແລະ ຮັບຮອງເອົາກົດລະບຽບພາຍໃນຂອງ​ຕົນ ພ້ອມ​ກັນ​ນັ້ນ​ກໍ​ເພື່ອ​ເປັນ​ການສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສ​ປ​ປ ລາວ ຄົບຮອບ 28 ປີ ​ໃນ​ປີ 2017 ຊຶ່ງກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້ຈັດຂຶ້ນໃນທ້າຍເດືອນ ມີນາ 2017 ຢູ່ທີ່ກະຊວງຍຸຕິທຳ ພາຍ​ໃຕ້ການ ເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ. ໂດຍ​ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານ ຮອງລັດຖະມົນຕີ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ທະ​ນາຍ​ຄວາມ, ຜູ້ຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກົມໃຫຍ່ຕຳຫຼວດ, ບັນດາກົມອ້ອມຂ້າງກະຊວງ ແລະ ສະມາຊິກທະນາຍຄວາມ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ.

     ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານບົດສະເໜີ ກ່ຽວ​ກັບ​ຄວາມ​ສຳ​ຄັນ, ເຫດຜົນ ແລະ ຄວາມຈຳເປັນທີ່ຕ້ອງສ້າງກົດລະບຽບພາຍໃນຂອງ​ສະ​ພາ​ທະ​ນາຍ​ຄວາມ ເນື້ອ​ແທ້​ການ​ສ້າງ​ກົດ​ລະ​ບຽບ​ດັ່ງ​ກ່າວ ກໍເພື່ອເປັນ ການຜັນຂະຫຍາຍກົດໝາຍວ່າດ້ວຍທະນາຍຄວາມ ສະບັບປັບປຸງປີ 2016 ມາເປັນອັນລະອຽດເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານຂອງສະພາທະນາຍຄວາມລາວ ໃຫ້ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ. ເພື່ອເຮັດໃຫ້ຮ່າງກົດລະບຽບພາຍໃນມີຄວາມລະອຽດ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນໃສ່ຮ່າງກົດລະບຽບສະບັບດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ ສະມາຊິກ ທະນາຍຄວາມ ກໍໄດ້ລົງມະຕິຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ພ້ອມດຽວກັນນັ້ນ ຄະນະຈັດຕັ້ງພິທີກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການແຕ່ງຕັ້ງທະນາຍຄວາມໃໝ່, ຂໍ້ຕົກລົງ ຂອງປະທານສະພາທະນາຍຄວາມ ກ່ຽວກັບການຍົກເວັ້ນ ແລະ ກຳນົດເວລາໃນການຖອກເງິນບຳລຸງ, ການນຳໃຊ້ເຄື່ອງແບບຂອງທະນາຍຄວາມ ແລະ ບັດທະນາຍຄວາມໃນເວລາວ່າຄວາມ ຢູ່ທີ່ປະຊຸມສານ.

      ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນໝົດ ທ່ານກໍໄດ້ຍ້ອງຍໍຊົມເຊີຍຄະນະບໍລິຫານງານສະພາທະ ນາຍຄວາມ ກໍຄືທະນາຍຄວາມລາວທົ່ວປະເທດ ທີ່ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານຕາມ​ຂະ​ບວນ​ການ​ຍຸ​ຕິ​ທຳ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ ເວົ້າ​ລວມ ເວົ້າ​ສະ​ເພາະ​ ອັນພົ້ນເດັ່ນ ແມ່ນສາ​ມາດ​ສ້າງກົດລະບຽບພາຍໃນຂອງ​ຕົນຂຶ້ນມາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານສະພາທະນາຍຄວາມ ຈົ່ງພ້ອມກັນສຶກສາອົບຮົມການເມືອງ-ແນວຄິດໃຫ້​ແກ່ສະມາຊິກທະນາຍ ຄວາມ​ຢ່າງ​ເປັນ​ປົກ​ກະ​ຕິ, ຕໍ່​ເນື່ອງ, ຮັກ​ສາມູນເຊື້ອອັນດີງາມ ແລະ ເອົາ​ໃຈ​ໃສ່ຜັນຂະຫຍາຍເນື້ອໃນ​ຈິດ​ໃຈກົດລະບຽບພາຍໃນຂອງສະພາທະນາຍຄວາມ ແລະ ອຳນວຍຄວາມສະດວກໃຫ້ແກ່​ຜູ້​ທີ່​ເຂົ້າມານຳ​ໃຊ້​ການ​ບໍ​ລິ​ການ​ຂອງ​ທະ​ນາຍ​ຄວາມ, ການໃຫ້ຄວາມ​ຊ່ວຍ​ເຫຼືອ ແລະ ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ​ແກ່​ຜູ້​ທີ່​ມີ​ບັນ​ຫາ ໃຫ້ກວ້າງຂວາງກວ່າເກົ່າ.

ຂຽນຂ່າວ: ສີປະໄພ, ຖ່າຍພາບ: ຈັນທະວີສຸກ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: