ກອງປະຊຸມປຶກສາຫາລື (ຮ່າງ) ດຳລັດວ່າດ້ວຍ ການສື່ສານຜ່ານດາວທຽມ

     ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ດຳລັດວ່າດ້ວຍ ການສື່ສານຜ່ານດາວທຽມ ຂຶ້ນໃນຕອນເຊົ້າຂອງວັນທີ 21 ກຸມພາ 2018. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການກົດໝາຍ ຂອງສອງກະຊວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.
     ຈຸດປະສົງການປະຊຸມໃນຄັ້ງນີ້ແມ່ນເພື່ອປັບປຸງ (ຮ່າງ) ດຳລັດວ່າດ້ວຍ ການສື່ສານດາວທຽມ ເພື່ອໃຫ້ສອດຄ່ອງກັບຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການນຳໃຊ້ ການສື່ສານຜ່ານດາວທຽມ ເພື່ອໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ..
     ການສື່ສານຜ່ານດາວທຽມ ແມ່ນການສື່ສານທາງດ້ານເຕັກໂນໂລຊີການສື່ສານ ໂດຍນຳໃຊ້ຄື້ນຄວາມຖີ່ປະເພດໜຶ່ງເພື່ອຮັບ-ສົ່ງ ສັນຍານສຽງ, ພາບ ແລະ ຂໍ້ມູນຂ່າວສານ ລະຫວ່າງ ໜຶ່ງ ຫຼື ຫຼາຍສະຖານີພາກພື້ນດິນ ແລະ ໜ່ວຍດາວທຽມ.

ຂຽນຂ່າວ: ບຸນຖອມ ພະສະແຫວງ, ຖ່າຍພາບ: ສີປະໄພ ເພັດປະທຸມມາ

ປະເພດຂ່າວ: