ກອງປະຊຸມປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ

 

     ຢູ່ທີ່​ຫ້ອງ​ປະຊຸມຊັ້ນ 2 ​ຂອງ​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື ຮ່າງກົດໝາຍວ່າ​ດ້ວຍ ອາກອນ​ມູນ​ຄ່າ​ເພີ່ມ ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 31 ມັງກອນ 2018. ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແລະ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການກົດໝາຍ ຂອງ 2 ກະຊວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.

   ໃນກອງປະຊຸມ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍໄດ້ກ່າວຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ຊຶ່ງກະຊວງຍຸຕິທໍາຈະໄດ້ຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຢ່າງລະອຽດຮອບດ້ານ ແລະ ເປັນເອກະພາບກັນກ່ອນຈະສົ່ງຮ່າງກົດໝາຍໄປຍັງລັດຖະບານເພື່ອພິຈາລະນາ ແລະ ນໍາເຂົ້າກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ. 

     ຫຼັງຈາກນັ້ນຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ກໍໄດ້ນຳສະເໜີຮ່າງກົດໝາຍສະບັບດັ່ງກ່າວເປັນຕົ້ນ ເນື້ອໃນ ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕາການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແລະ ປະສິດຕິພາບ ຮັບປະກັນການສົ່ງເສີມການຜະລິດ, ການດຳເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງສິນຄ້າ ແລະ ການບໍລິການ ແນ່ໃສເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

 

ປະເພດຂ່າວ: