ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວຂອງຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດ.

     ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກຸມພາ 2017, ໂດຍການເປັນປະທານຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ມີຄະນະຮັບຜິດຊອບປັບປຸງຮ່າງກົດໝາຍວ່າດ້ວຍ ການລົມລະລາຍຂອງວິສາຫະກິດ ທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1381/ກຍ, ລົງວັນທີ 1 ທັນວາ 2017 ເຂົ້າຮ່ວມ.

   ຈຸດປະສົງຂອງກອງປະຊຸມໃນເທື່ອນີ້ ກໍເພື່ອເປັນການປຶກສາຫາແຜນການເຄື່ອນໄຫວວຽກງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງພາຍໃນຄະນະ ເພື່ອຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະການປັບປຸງຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດໃຫ້ເປັນໄປຕາມແຜນການທີ່ກຳນົດໄວ້.

     ສຳລັບຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບນີ້ ມີຈຳນວນ 14 ທ່ານ, ຍິງ 4 ທ່ານ, ປະກອບມີ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນຫົວໜ້າຄະນະ, ມີຜູ້ຕາງໜ້າຈາກກົມກົດໝາຍ ແລະ ກົມຮ່ວມມືສາກົນ ກະຊວງຍຸຕິທຳ, ທະນາຄານແຫ່ງ ສປປ ລາວ, ສານປະຊາຊົນສູງສຸດ, ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງຄະນະດັ່ງກ່າວນີ້ຈະເຮັດໜ້າທີ່ໃນການປັບປຸງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງວິສາຫະກິດ ຕາມຫຼັກການ ແລະ ຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງປະເທດ ແລະ ໃຫ້ສຳເລັດຕາມແຜນການ ພ້ອມສາມາດນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໃນກາງປີ 2019 ທີ່ຈະມາເຖິງນີ້.

ປະເພດຂ່າວ: