ກອງປະຊຸມປຶກສາຫາລືຮ່າງດຳລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງຂອງອົງການບໍລິຫານລັດ ແລະ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບ

     ໃນເດືອນມີນາ 2017 ກະຊວງຍຸຕິທຳ ຮ່ວມກັບ ກະຊວງພາຍໃນ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງຂອງອົງການບໍລິຫານລັດ ແລະ ຮ່າງດຳລັດວ່າ ດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການ ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຂົ້າຮ່ວມ.

      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກວດກາຄວາມສອດຄ່ອງຂອງຮ່າງດຳລັດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບປີ 2012 ກ່ອນທີ່ຈະສະເໜີຮ່າງດຳລັດດັ່ງກ່າວໄປຍັງລັດຖະບານ. ສຳລັບຮ່າງ ດຳລັດວ່າດ້ວຍ ກົງຈັກການຈັດຕັ້ງ ຂອງອົງການບໍລິຫານແຫ່ງລັດ ປະກອບມີ 7 ໝວດ ແລະ 41 ມາດຕາ ຊຶ່ງໄດ້ກຳນົດຫຼັກການ ແລະ ຂັ້ນຕອນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງອົງການບໍລິຫານແຫ່ງລັດ ເພື່ອເປັນ ບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການປັບປຸງກົງຈັກການຈັດຕັ້ງຂອງຕົນ ແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງມີຄວາມເຂັ້ມແຂງ, ເປັນເອກະພາບ ແລະ ຮັບປະກັນໃຫ້ມີ ຄວາມສອດຄ່ອງກັບສະພາບຕົວຈິງຂອງສັງຄົມໃນແຕ່ລະ ລະຍະ. ສ່ວນຮ່າງດຳລັດວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບ ປະກອບມີ 7 ໝວດ ແລະ 30 ມາດຕາ ຊຶ່ງໄດ້ກຳນົດຫຼັກການກ່ຽວກັບ ການຄຸ້ມຄອງ ແລະ ການ ນຳໃຊ້ຕາປະທັບ ເປັນຕົ້ນ ຮູບແບບ, ຂະໜາດ, ເນື້ອໃນ ແລະ ສີນ້ຳມຶກຂອງຕາປະທັບ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກ່ຽວກັບຕາປະທັບໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອ ກະພາບໃນຂອບເຂດທົ່ວ ປະເທດ.

ຂຽນຂ່າວ: ສີປະໄພ  ຖ່າຍພາບ: ສົມຫວັງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ 

ປະເພດຂ່າວ: