ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ

      ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລື ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2017 ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະ ທານຂອງ ທ່ານ ຄໍາສຸກ ບຸນຍາວົງ ຮອງປະທານກວດກາລັດຖະບານ ມີທ່ານຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮ່ວມ.

     ໃນປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ ເປັນຕົ້ນ ແມ່ນໄດ້ເລືອກເຟັ້ນເອົາຄໍາຄິດຄໍາເຫັນທີ່ດີມີເຫດຜົນເຂົ້າໃສ່ຮ່າງກົດໝາຍດັ່ງກ່າວ ຊຶ່ງຮ່າງກົດໝາຍສະບັບປັບປຸງປະກອບມີ  10 ພາກ 6 ໝວດ 96 ມາດຕາ ໃນນັ້ນໄດ້ຮັກສາເນື້ອໃນເດີີມຂອງກົດໝາຍສະບັບເກົ່າໄວ້ 24 ມາດຕາ, ປັບປຸງ 54 ມາດຕາ ແລະ ສ້າງຂຶ້ນໃໝ່ 18 ມາດຕາ.

     ຈຸດປະສົງຂອງການປັບປຸງໃນຄັ້ງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ມີຄວາມສົມບູນຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ຊຶ່ງຮ່າງກົດໝາຍວ່າດ້ວຍ ການກວດກາລັດ ໄດ້ກໍາ ນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ເພື່ອເຮັດໃຫ້ອໍານາດລັດເຂັ້ມແຂງ ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ລວມທັງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ. ແນ່ໃສ່ເຮັດໃຫ້ວຽກງານກວດກາມີຄວາມເຂັ້ມແຂງ, ສາມາດດໍາເນີນການຕິດຕາມ, ກວດກາ ຢ່າງມີປະສິດທິ ພາບ, ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມ; ຊອກໃຫ້ເຫັນດ້ານອ່ອນ, ດ້ານຫຍໍ້ທໍ້, ປາກົດການລະເມີດກົດໝາຍ ແລະ ລະບຽບການຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອມີມາດຕະການສະກັດກັ້ນ, ຕ້ານ ແລະ ແກ້ໄຂ, ປະກອບສ່ວນເຮັດໃຫ້ການບໍລິຫານຂອງລັດ ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍຸຕິທໍາ.

ຂຽນຂ່າວ: ໄຊຍະສິດ       ຖ່າຍພາບໂດຍ: ສົມຫັວງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: