ກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດລ້ອມ

     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 17 ມັງກອນ 2017 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ, ປຶກສາ​ຫາລື ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ​ວ່າ​ດ້ວຍ​ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ ທ່ານ ນາງ ບຸນ​ພາ​ມາ ​ໂພທິ​ສານ ຮອງ​ຜູ້ອຳນວຍການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກະຊວງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ມີ​ບັນດາ​ຫົວໜ້າກົມ, ​ຮອງ​ກົມ, ຫົວໜ້າພະ​ແນ​ກ, ຮອງ​ພະ​ແນ​ກ ພ້ອມດ້ວຍພະນັກງານ​ວິຊາ​ການ​ກົດໝາຍ ​ແລະ ພາກ​ສວ່ນກຽ່ວຂ້ອງເຂົ້າ​ຮວ່ມ.

     ​​ໃນ​ກອງ​ປະຊຸມ​​​ຜູ້​ເຂົ້າ​ຮ່ວມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ດຳລັດວ່າ​ດ້ວຍ​ ກອງ​ທຶນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ຢ່າງ​ມີ​ບັນຍາກາດ​ຟົດ​ຟື້ນ​​ ແນ່​ໃສ່​ເຮັດ​ໃຫ້​ຮ່າງ​ດຳລັດ​ດັ່ງ​ກ່າວ ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ​ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ,

     ຮ່າງດຳລັດ​ດັ່ງກ່າວ​ປະກອບ​ມີ 5 ໝວດ 27 ມາດຕາ ຊື່​ງໄດ້​ກຳນົດ​ບັນດາຫຼັການ, ລະບຽບການ ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ການ​ຄຸ້ມ​ຄອງ ​ແລະ ການ​ຕິດຕາມ​ກວດກາ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເພື່ອ​ລະດົມ​ຂົນຂວາຍ​ທຶນຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແນ່​ໃສ່​ສະ​ສົມ​ທຶນເພື່ອຕອບ​ສະໜອງ​ໃຫ້​ແກ່ວຽກງານ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ປົກປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ແບບ​ຍືນ​ຍົງ ປະກອບ​ສ່ວນ​​ເຮັດ​ໃຫ້​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ ບັນລຸ​ຕາມ​ທິດສີຂຽວ ​ແລະ ຍືນ​ຍົງ.

ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ, ພາບ ສົມ​ຫັວງ

ປະເພດຂ່າວ: