ກອງປະຊຸມຄົບຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ ປະຈໍາໄຕມາດ 1 ປີ 2018

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນາ 2018 ຢູ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ, ມີຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທໍາ ເຂົ້າຮ່ວມ 15 ສະຫາຍ, ຍິງ 6 ສະຫາຍ.

ສະຫາຍ ປອ. ເສີມສຸກ ສິມພະວົງ ໄດ້ກ່າວຈຸດປະສົງຂອງການເປີດກອງປະຊຸມຄັ້ງນີ້ ກໍເພື່ອເປັນການສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງສາມອົງການຈັດຕັ້ງມະຫາຊົນ ກະຊວງຍຸຕິທໍາ ປະຈໍາໄຕມາດທີ 1 ປີ 2018 ແລະ ພ້ອມກັນກໍານົດທິດທາງແຜນການ ປະຈໍາໄຕມາດທີ 2 ປີ 2018. ຫຼັງຈາກນັ້ນ ສາມອົງການຈັດຕັ້ງມະຫາຊົນກໍໄດ້ຜັດປ່ຽນກັນສະຫຼຸບລາຍງານສ່ອງແສງ ສະພາບການເຄື່ອນໄຫວ  ແລະ ສະພາບທີ່ພົ້ນເດັ່ນຂອງສະມາຊິກຂອງຕົນ ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ, ໃນໄລຍະ 3 ເດືອນຜ່ານມາ ຄະນະບໍລິຫານງານ ກໍຄືບັນດາສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ກໍໄດ້ພ້ອມກັນເຄື່ອນໄຫວວຽກງານຂອງຕົນຢ່າງເປັນຂະບວນການຟົດຟື້ນ ເປັນຕົ້ນການປະກອບສ່ວນໃນຂະບວນການແຂ່ງຂັນກິລາ, ການອອກແຮງງານລວມ ແລະ ຂະບວນການອື່ນໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ປອ. ເສີມສຸກ ສິມພະວົງ ກໍໄດ້ມີຄໍາເຫັນຕໍ່ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັ້ກໃຫ້ຄະນະບໍລິຫານງານທັງສາມອົງການ ຈົ່ງພ້ອມກັນເອົາໃຈໃສ່ໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຂອງຕົນຢ່າງເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີພາຍໃນເປັນປຶກແຜ່ນ ແລະ ເພີ່ມທະວີການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງສະມາຊິກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.

ຂຽນຂ່າວໂດຍ: ສີປະໄພ, ຖ່າຍພາບໂດຍ: ສຸກສາຄອນ

ປະເພດຂ່າວ: