ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ສະບັບປັບປຸງ

     ໃນອາທິດທີ່ຜ່ານມາ ຢູ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ສະບັບປັບປຸງຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະ ຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມອນມະນີ ຍອຍບົວກ່ອງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາ ຄະນະກົມ, ຄະນະພະແນກ, ພະນັກງານວິຊາການກົມກົດໝາຍ ກະຊວງຍຸຕິທຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ປັບປຸງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ. ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ສະເໜີກ່ຽວກັບໂຄງຮ່າງຂອງຮ່າງກົດໝາຍສະບັບດັ່ງກ່າວ ຊຶ່ງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳສະບັບທຳອິດ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ໃນປີ 1996 ປະກອບມີ 10 ໝວດ, 49 ມາດຕາ. ສຳລັບຮ່າງກົດໝາຍສະບັບປັບປຸງນີ້ປະກອບມີ 13 ພາກ, 6 ໝວດ, 86 ມາດ ຕາ ຊຶ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້, ພັດທະນາ ແລະ ຂຸດຄົ້ນຊັບພະຍາກອນນ້ຳ ລວມທັງການສະກັດກັ້ນ ແລະ ຕ້ານຜົນເສຍຫາຍ ພ້ອມທັງບູລະນະຟື້ນ ຟູເຂດທີ່ໄດ້ຮັບຜົນກະທົບຈາກນ້ຳ ເພື່ອຮັບປະກັນຄຸນນະພາບ ແລະ ປະລິມານຊັບພະຍາກອນນ້ຳໃຫ້ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງຂອງຊາດ ໂດຍບໍ່ກໍ່ຄວາມເສຍຫາຍຕໍ່ສິ່ງ ແວດລ້ອມອີກດ້ວຍ.

     ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ດ້ວຍຄວາມຮັບຜິດຊອບສູງ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ເພື່ອເຮັດໃຫ້ຮ່າງກົດໝາຍວ່າ ດ້ວຍຊັບພະຍາກອນນ້ຳສະບັບປັບປຸງ ມີຄວາມຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.

ຂ່າວ: ສີປະໄພ   ພາບ: ສຸກສາຄອນ

ປະເພດຂ່າວ: