ກອງຊຸມປະຈຳໄຕມາດ 1 ແລະ 2 ໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ

   ໃນຕອນບ່າຍຂອງວັນທີ 17 ສິງຫາ 2016 ຢູ່ຫ້ອງປະຊຸມຊັ້ນ 2 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປະຈຳໄຕມາດ 1 ແລະ 2 ຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດ ໝາຍຂຶ້ນ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ນາງ ອໍເດລ ໄມລອດ ຜູ່ຕາງໜ້າຈາກສະຫະພາບເອີລົບ ປະຈຳ ສປປ ລາວ, ມີຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ບັນດາຫົວໜ້າກົມ, ຮອງກົມ, ສະພາທະນາຍຄວາມ, ຜູ້ຕ່າງໜ້າຈາກລັດຖະບານຝຣັ່ງ, ລັດຖະບານ ສ ອາເມລິກາ ປະຈຳສະຖານທູດ ສປປ ລາວ, ແລະ ກົມກອງອ້ອມຂ້າງ, ພ້ອມ ດ້ວຍຄະນະຮັບຜິດຊອບແຕ່ລະແຜນງານເຂົ້າຮ່ວມ.

   ໃນກອງປະຊຸມ ທ່ານ ນະລົງລິດ ນໍລະສິງ ຮັກສາການຫົວໜ້າກົມແຜນການ ແລະ ການຮວມມື, ຫົວໜ້າໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນ ໃນການປະຕິບັດວຽກງານໄລຍະທີ່ຜ່ານມາ ແລະ ວາງແຜນການທິດທາງວຽກງານໃນຕໍ່ໜ້າ ຂອງໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ປະກອບມີ 6 ແຜນງານ ໃນການຈັດຕັ້ງ ປະຕິບັດໂຄງການໃນໄຕມາດ 1 ແລະ ໄຕມາດ 2 ທີ່ຜ່ານມາ ແມ່ນໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ພາຍໃຕ້ກົນໄກການຊີ້ນຳ-ນຳພາຢ່າງໃກ້ຊິດໃນການປະຕິບັດ ວຽກງານ ເຊັ່ນ ຄະນະຊີ້ນຳລະດັບຊາດ, ຄະນະປະສານງານ, ກອງເລຂາ ແລະ ຄະນະຮັບຜິດຊອບ  6 ແຜນງານ. ການຈັດຕັ້ງປະຕິບັດໃນໄຕມາດ 1 ແລະ 2 ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນແຕ່ລະ ແຜນງານ ຄື: 1. ສຳເລັດການນຳສະເໜີຮ່າງປະມວນກົດໝາຍອາຍາ ສະບັບທຳອິດ ຂອງ ສປປ ລາວ, ສາມາດຕີພິມເປັນພາສາອັງກິດ ແລະ ຈັດພິມລົງເວບໄຊຈົດໝາຍເຫດທາງລັດຖະການ 2. ສຳເລັດຮ່າງເບື້ອງຕົ້ນໃນການສ້າງປື້ມຄູ່ມືວ່າດ້ວຍ ການສ້າງນິຕິກຳ ຂອງ ສປປ ລາວ, 3. ສຳເລັດການຈັດພິມບົດລາຍງານການປະເມີນຜົນກະທົບໃນການລົງທາບທາມຮ່າງປະມວນກົດໝາຍອາຍາ ຢູ່ 3 ແຂວງໃນ 3 ພາກ ແລະ ນອກຈາກນີ້ແລ້ວຍັງສຳເລັດວຽກງານຕ່າງໆຂອງແຕ່ລະແຜນໃນຫຼາຍໆດ້ານຕື່ມອີກ.

    ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຫຼາຍໆດ້ານ ແລະ ທ່ານ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຂອງບັນດາປະເທດຄູ່ ຮ່ວມພັດທະນາໃນໂຄງການພັດທະນາລັດປົກຄອງດ້ວຍກົດໝາຍ ເປັນຕົ້ນ: ອົງການ UNDP, ສະຫະພາບເອີລົບ, ລັດຖະບານຝຣັ່ງ, ລັດຖະບານອາເມລິກາ ແລະ ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນຂະແໜ່ງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ.

ຂ່າວໂດຍ: ນາງ ສີທົນ ສີສະຫວາດ, ພາບໂດຍ: ກົວຢີ່: ຄຳພອນ

ປະເພດຂ່າວ: