ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ຢູ່ທີ່ສະໂມສອນເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳມີ ທູນຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງຈັນທະບູລີ, ຜູ້ເຂົ້າຮ່ວມມີ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງ ຈັນທະບູລີ, ແຂກຖືກເຊີນ ພ້ອມດ້ວຍນັກຝຶກອົບຮົມຈາກຂັ້ນບ້ານ ມີເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ພະນັກງານທີ່ເຮັດວຽກຢູ່ໃນອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຂະແໜງການພາຍໃນເມືອງ ເຂົ້າຮ່ວມຈຳ