ກອງປະຊຸມເຜີຍແຜ່ເອກະສານ ແລະ ແນະນຳການປະຕິບັດການປະເມີນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2018 ຂອງຄະນະຊາວໜຸ່ມຮາກຖານ ສະຖາບັນຍຸຕິທໍາແຫ່ງຊາດ
Submitted by wickyboubphalyvanh on
ອີງຕາມ ແຈ້ງການແນະນຳຂອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ສະບັບເລກທີ 161/ຄຊປປລາວ.ກຍ, ລົງວັນທີ 24 ຕຸລາ 2018 ຄະນະຊາວໜຸ່ມຮາກຖານ ສະຖາບັນຍຸຕິທໍໍາແຫ່ງຊາດ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ແລະ ແນະນຳການປະຕິບັດການປະເມີນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2018 ຂຶ້ນ ໃນຕອນເຊົ້າຂອງວັນທີ 9 ພະຈິກ 2018 ໂດຍການເປັນປະທານຂອງ ສະຫາຍ ລິດຕະພອນ ພູມມາແກ້ວ ເລຂາຄະນະຊາວໜຸ່ມຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ, ມີສະຫາຍຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມຮາກຖານ ສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ 54 ທ່ານ, ຍິງ 18 ທ່ານ.