ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຍຸຕິທຳ ຄັ້ງທີ 14 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຍຸຕິທຳ ຄັ້ງທີ 14 ສະໄໝທີ V

        ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2024 ທີ່ຫ້ອງປະຊຸມຊັ້ນ 4 ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍ ປະທານ ແລະ ເລຂາຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ການນຳພາຂອງຄະນະບໍລິຫານງານພັກກະຊວງ ປະຈຳໄຕມາດ II /2024 ແລະ ທິດທາງແຜນການປະຈຳໄຕມາດ III/2024; ປຶກສາຫາລືປະກອບຄຳເຫັນຕໍ່ຮ່າງຄຳແນະນຳ ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານບັນດາກົມ, ຫ້ອງການ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະພາທະນາຍຄວາມ, ປຶກສາຫາລືແຜນການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ບັນດາໜ່ວຍພັກຮາກຖານ ແລະ ຮ່າງມະຕິແຕ່ງຕັ້ງຄະນະຮັບຜິດຊອບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.

       ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກກະຊວງ ໄດ້ຜ່ານຮ່າງບົດສະຫຼຸບການນຳພາຂອງຄະນະບໍລິຫານງານພັກກະຊວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນ ທ້າຍປີ. ນອກຈາກນັ້ນ, ຄະນະຮັບຜິດຊອບຍັງໄດ້ຜ່ານຮ່າງຄຳແນະນຳຂອງຄະນະບໍລິຫານງານພັກ ກະຊວງຍຸຕິທຳ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານບັນດາກົມ, ຫ້ອງການ, ສກສ, ສະພາທະນາຍຄວາມ ແລະ ອົງຄະນະພັກ; ຜ່ານແຜນການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ບັນດາໜ່ວຍພັກຮາກຖານ; ຜ່ານຮ່າງແຕ່ງຕັ້ງຄະນະຮັບຜິດຊອບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024. ເພື່ອໃຫ້ຜູ່ເຂົ້າຮ່ວມປະກອບຄຳເຫັນ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວມ, ສົມບູນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ກະຊວງຍຸຕິທໍາ