ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນເກີດ ປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນເກີດ ປະທານ ສຸພານຸວົງ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ

              ພິທີປາຖະກະຖາວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ຈັດຂຶ້ນຕອນເຊົ້າວັນທີ 16 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫ່ຍກະຊວງຍຸຕິທຳ ໃຫ້ກຽດ ເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ; ໂດຍມີ ຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ສະມາຊິກພັກ-ພະນັກງານພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມຮັບຟັງ.

              ໃນພິທີອັນມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ບຸນທາ ຊົງເຢີທ່າວ ໄດ້ເລົ່າເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຊຶ່ງໄດ້ຍົກໃຫ້ເຫັນບາງຕອນວ່າ: ປະທານ ສຸພານຸວົງ ແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ, ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ເປັນຜູ້ໜຶ່ງໃນບັນດາການນໍາສູງສຸດ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອ ຊີ້ນໍາ-ນໍາພາ ຂະບວນການປະຕິວັດລາວ, ເປັນບຸກຄົນສໍາຄັນໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍຂອງສັດຕູ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ. ຕະຫຼອດຊີວິດການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ ບໍ່ວ່າໃນຄວາມຮັບຜິດຊອບວຽກງານສໍາຄັນໃດໆ, ໃນຖານະຕໍາແໜ່ງໃດ ເພິ່ນກໍໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ເພື່ອພາລະກິດປະຕິວັດ, ພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດ. ຍາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ, ປະທານ ສຸພານຸວົງ ດໍາລົງຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມີນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອເຜື່ອແຜ່, ຈິງໃຈຊື່ສັດ. ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ, ດໍາລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ, ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ເປັນເຊື້ອເຈົ້າຜູ້ໜຶ່ງ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ. “ປະທານ ສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ຍືນຍົງໃນດວງໃຈຂອງພວກເຮົາຕະຫຼອດກາລະນານ”.

       ໃນພິທີປາຖະກະຖາຄັ້ງນີ້ ທ່ານ ເກດສະໜາ ພົມມະຈັນ ຄະນະປະຈຳພັກ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສືບຕໍ່ ປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 47 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ.

ຂ່າວ-ພາບ: ກະຊວງຍຸຕິທໍາ