ກອງປະຊຸມສ່ອງແສງການລົງຊຸກຍູ້ ແລະ ຊີ້ນໍາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ

ນັບແຕ່ເດືອນ ພຶດສະພາ 2019 ເປັນຕົ້ນມາ ກະຊວງຍຸຕິທຳ ໄດ້ຕົກລົງຫັນເອົາພະນັກງານຈຳນວນ 16 ທ່ານ ລົງກໍ່ສ້າງຮາກຖານການເມືອງ ກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ຫ້ອງການຍຸຕິທຳເມືອງ ໄຊທານີ, ສີໂຄດຕະບອງ ແລະ ນາຊາຍທອງ. ສະນັ້ນ, ເພື່ອເປັນການຕິດຕາມ, ກວດກາ, ຊຸກຍູ້ ແລະ ຊີ້ນໍາ ພ້ອມທັງຮັບປະກັນໃຫ້ແກ່ການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ໃນວັນທີ 10 ກໍລະກົດ 2019 ນີ້ ຢູ່ຫ້ອງປະຊຸມຊັ້ນ 3 ກະຊວງຍຸຕິທຳ ຈຶ່ງໄດ້ເປີດກອງປະຊຸມສ່ອງແສງການລົງຊຸກຍູ້ ແລະ ຊີ້ນຳວຽກງານດັ່ງກ່າວຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ຊີ້ນຳວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ບັນດາຄະນະພະແນກ, ພະນັກງານວິຊາການ ຈາກກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ຄະນະຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ລົງກໍ່ສ້າງຮາກຖານເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາຂອງພະນັກງານທີ່ລົງກໍ່ສ້າງຮາກຖານ ຊຶ່ງພາຍໃນເດືອນ ມິຖຸນາ 2019 ສາມາດປ້ອນຂໍ້ມູນກ່ຽວກັບຄໍາຕັດສີນຂອງສານເຂົ້າໂປຼແກຼມສະຖິຕິ ທົ່ວນະຄອນຫຼວງວຽງຈັັນ ໄດ້ທັງໝົດ 11,474 ເລື່ອງ, ເປັນຄະດີອາຍາ 8,921 ແລະ ແພ່ງ 2,550 ເລື່ອງ; ໄດ້ປຶກສາຫາລືກັບຄະນະຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ເພື່ອສ້າງແຜນການເຄື່ອນໄຫວວຽກງານ ແຕ່ເດືອນ ມິຖຸນາ ຫາ ເດືອນ ທັນວາ 2019, ໃນນີ້ ໃຫ້ສາມາດນໍາເອົາຄໍາຕັດສີນຂອງສານ ອອກມາຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ 80%, ໃນນັ້ນ 20% ຕ້ອງປະຕິບັດສຳເລັດ ແລະ ປິດສຳນວນຄະດີ. ນອກນັ້ນ, ກໍໄດ້ຈັດຕັ້ງເຜີຍແຜ່ບັນດາຄຳແນະນຳ ຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ນະຄອນຫຼວງວຽງຈັນ ແລະ ບັນດາເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ເພື່ອຜັນຂະຫຍາຍ ນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ. ແຕ່ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ກໍເຫັນວ່າ ມີບາງວຽກງານທີ່ທາງພະນັກງານລົງກໍ່ສ້າງຮາກຖານ ຈະຕ້ອງໄດ້ສົມທົບກັບຄະນະພະແນກ, ຫ້ອງການຍຸຕິທຳເມືອງ ກໍຄືຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ສືບຕໍ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການສົ່ງໝາຍຮຽກ, ການມອບ-ຮັບ ເງິນປັບໄໝ, ອາກອນ ແລະ ຄ່າເສັຍຫາຍຕ່າງໆ, ລະບອບແບບແຜນວິທີເຮັດວຽກ, ການສະຫຼຸບລາຍງານ ແລະ ຂັ້ນຕອນໃນການປິດສຳນວນຄະດີ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ມີຄຳເຫັນໃຫ້ຄະນະຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ລົງກໍ່ສ້າງຮາກຖານ ເພີ່ມທະວີການຕິດຕາມ, ກວດກາ ແລະ ສຶກສາອົບຮົມແນວຄິດ ໃຫ້ພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ່, ມີຈັນຍາບັນ, ຈັນຍາທຳ ແລະ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ. ພ້ອມນັ້ນ, ກໍເອົາໃຈໃສ່ຊຸກຍູ້ ແລະ ຊີ້ນໍາ ໃຫ້ເຂົາເຈົ້າໄດ້ຜັນຂະຫຍາຍ ແລະ ນໍາເອົາເນື້ອໃນຄຳແນະນຳຂອງ ລັດຖະມົນຕີ ກະຊວງຍຸຕິທຳ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ; ການຕີລາຄາ, ການຂາຍ ແລະ ການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ວຽກງານການເງິນ, ການຮິບ ແລະ ມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສີນ ໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ. ນອກຈາກນັ້ນ, ໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານ ກວດກາຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ຄາດໝາຍທີ່ວາງໄວ້ ໃນແຜນການນັ້ນ ມາຮອດປັດຈຸບັນນີ້ສາມາດປະຕິບັດໄດ້ຄືແນວໃດແລ້ວ ພ້ອມທັງໃຫ້ປະເມີນ ແລະ ຕີລາຄາແຕ່ລະໜ້າວຽກອອກມາເປັນເປີເຊັນ. ສໍາລັບບັນດາເມືອງທີ່ບໍ່ໄດ້ສົ່ງພະນັກງານລົງຮາກຖານນັ້ນ ກໍໃຫ້ຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ນະຄອນຫຼວງວຽງຈັນ ສົມທົບກັບພະນັກງານທີ່ລົງຮາກຖານປະຈຳຢູ່ພະແນກຍຸຕິທຳລົງຕິດຕາມ, ຊຸກຍູ້ ແລະ ຊີ້ນຳ ພ້ອມທັງແຈ້ງເປັນລາຍລັກອັກສອນ ໃຫ້ປັບປຸງແບບແຜນວິທີເຮັດວຽກຂອງໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຕາມທິດຊີ້ນໍາ ກໍຄືບັນດານິຕິກໍາທີ່ກະຊວງຍຸຕິທໍາ ໄດ້ວາງອອກ, ສິ່ງສຳຄັນ ຕ້ອງຮັບປະກັນໃຫ້ຈຳນວນຄຳຕັດສີນທີ່ຄ້າງຢູ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ພາຍໃນນະຄອນຫຼວງວຽງຈັນ ຫຼຸດລົງ.

ຂຽນຂ່າວ: ອານຸລັກ, ຖ່າຍພາບ: ຂົນ ບຸນທິສານ