ພະແນກຍຸຕິທຳແຂວງອຸດົມໄຊ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 61 ປີ

      ໃນທ້າຍອາທິດຜ່ານມາ ຢູ່ທີ່ພະແນກຍຸຕິທຳແຂວງອຸດົມໄຊ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ວັນທີ 1 ກຸມພາ 1956-1 ກຸມພາ 2017 ຄົບຮອບ 61 ປີຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ຄຳແສນ ຊາວມົ້ງວື ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ເປັນກຽດເລົ່າມູນເຊື້ອຂອງ ທ່ານ ລໍຂຸນລໍ ຮອງປະທານສະຫະພັນກຳມະບານແຂວງ, ມີຄະນະກຳມະບານຮາກຖານສານປະຊາຊົນແຂວງ ພ້ອມດ້ວຍສະມາຊິກກຳມະບານພາຍໃນພະແນກ ແລະ ຮາກຖານ ແຕ່ລະອົງການເຂົ້າຮ່ວມ.

     ໃນພິທີທ່ານຮອງປະທານສະຫະພັນກຳມະບານແຂວງ ໄດ້ຍົກໃຫ້ເຫັນເຫດການສຳຄັນທາງປະຫວັດສາດຂອງຊາດລາວ, ການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ, ມູນເຊື້້ອ ແລະ ຜົນງານອັນພົ້ນເດັ່ນໃນລະຍະ 61 ປີ ຂອງການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວ ຊຶ່ງກຳມະບານລາວ ແມ່ນໂຕແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານລາວບັນ ດາເຜົ່າ, ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ ປະເທດຊາດມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ວທ ອຸ່ນເຮືອນ