ລັດຖະມົນຕີກະຊວງຍຸຕິທຳຢ້ຽມຢາມ ແລະ ພົບປະພະແນກຍຸຕິທຳແຂວງຫຼວງພະບາງ

   ໃນຕອນບ່າຍຂອງ ວັນທີ 18 ສິງຫາ 2016 ທີ່ຜ່ານມາ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງຢ້ຽມຢາມ, ພົບປະ ແລະ ຊີ້ນຳວຽກງານຢຸ່ທີ່ພະແນກຍຸຕິທຳແຂວງຫຼວງພະບາງເປັນຄັ້ງທຳອິດ ເນື່ອງໃນໂອກາດທີ່ທ່ານໄດ້ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງຍຸຕິທຳ;

    ທ່ານ ມີໄຊ ໄຊເກີຢ່າຈົງຕົວ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳໃນໄລຍະທີ່ຜ່ານມາ ໃຫ້ແກ່ທ່ານລັດຖະມົນຕີໄດ້ຮັບ ຊາບ, ນອກຈາກນັ້ນ, ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທຳເມືອງຫຼວງພະບາງ, ເມືອງປາກອູ ແລະ ເມືອງວຽງຄຳ,

   ຜ່ານການໄດ້ຮັບຟັງການລາຍງານແລ້ວ, ທ່ານລັດຖະມົນຕີ ໄດ້ກ່າວມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳຂອງພະແນກ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານ-ລັດຖະກອນທີ່ເຂົ້າຮ່ວມ ໃຫ້ຖືເອົາວຽກງານການເມືອງ-ແນວຄິດ ເປັນ ກົກ, ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ ມີທັກສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໃຫ້ຄວາມຍຸຕິທຳແກ່ປະຊາຊົນ;  ນອກຈາກ ວຽກງານການເມືອງ-ແນວຄິດແລ້ວ ທ່ານຍັງໄດ້ເໜັ້ນໃຫ້ເອົາໃຈໃສ່ໃນການຈັດຕັ້ງບັດຕິບັດວຽກງານວິຊາສະເພາະ ເປັນຕົ້ນ ແມ່ນ (1) ວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນບັນ ດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ພ້ອມກັນເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍທົ່ວສັງຄົມ; (2) ວຽກງານທະບຽນສານ ແມ່ນຈະໄດ້ແບ່ງຄວາມຮັກຜິດຊອບ, ແບ່ງຂັ້ນລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ, ໃຫ້ລະອຽດຈະແຈ້ງກ່ຽວກັບ ການຢັ້ງ ຢືນເອກະສານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງ ແມ່ນມອບໃຫ້ແຂວງຢັ້ງຢືນ ສ່ວນເອກະສານທີ່ຢູ່ໃນຄວາມຮັບຜິດຊອບຂອງເມືອງ ແມ່ນໜ່ວຍງານທະບຽນສານເມືອງເປັນຜູ້ຢັ້ງຢືນ ຈຶ່ງຈະສອດຄ່ອງຕາມຕົວຈິງ, (3)ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແມ່ນໃຫ້ພະຍາຍາມແກ້ໄຂໃຫ້ຂາດຕົວ, ບໍ່ໃຫ້ເລືອກເຟັ້ນ ແລະ ສະເໜີຂໍທິດຊີ້ນຳຈາກຂັ້ນເທິງໃນກໍລະນີທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.

   ໃນຕອນທ້າຍ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ຫົວໜ້າພະແນກຍຸຕິທຳ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກັບການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ ຫຼວງພະບາງ.

ຂ່າວ ແລະ ພາບໂດຍ: ນັກຂ່າວກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ

ປ້າຍ Tags ຕິດຕາມ: