ຝຶກອົບຮົມວິທີການຂຽນຂ່າວ ແລະ ຈັດລາຍການກົດໝາຍທາງໂທລະໂຄ່ງ ໃຫ້ເມືອງວຽງໄຊ

ໂດຍ: ພວງເພັດ ເພັດຍາວົງ

-     ໃນລະຫວ່າງວັນທີ 26-28 ມັງກອນ 2016 ພະແນກຍຸຕິທຳແຂວງ ຫົວພັນ ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫົວພັນ ໄດ້ຈັດກອງປະຊຸມທາບທາມຄວາມພ້ອມດ້ານບຸກຄະລາກອນ ແລະ ຝຶກອົບຮົມວິທີການຂຽນຂ່າວ ແລະ ຈັດລາຍການໂຄສະນາກົດໝາຍທາງໂທລະໂຄ່ງຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ພາຍໃຕ້ໂຄງການປັບປຸງກົນຈັກການປົກຄອງແຫ່ງຊາດ ໂດຍການສະໜັບສະໜູນທຶນປັບປຸງບູລະນະການປົກຄອງເພື່ອການພັດທະນາ ຂີດຄວາມສາມາດ ແລະ ຫັນເປັນທັນສະໄໝ ຫຼື GPAR. ການຝຶກອົບຮົມດັ່ງກ່າວຢູ່ຂັ້ນເມືອງ ແລະ ບັນດາບ້ານ 3 ສ້າງ ຂອງເມືອງ ວຽງໄຊ ຄື: ຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ບ້ານ ລ້ອງກູ້ ແລະ ບ້ານ ເມືອງປົວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ອິນຄະວິໄລ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ, ມີທ່ານ ຄອນສີ ຈັນມະນີ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ່ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກກຸ່ມ, ຄະນະພັກອຳນາດການປົກຄອງບ້ານ ແລະ ຜູ່ຕາງໜ້າມາຈາກອົງການຈັດຕັ້ງຂອງບັນດາບ້ານ 3 ສ້າງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມແຕ່ລະບ່ອນຜູ່ເຂົ້າຮ່ວມກໍໄດ້ຄົ້ນຄວ້າປຶກສາຫາລືແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ່ຮັບຜິດຊອບໂດຍກົງກ່ຽວກັບວຽກງານໂຄສະນາກົດໝາຍທາງໂທລະໂຄ່ງຂອງເມືອງ ແລະ ບັນດາບ້ານ 3 ສ້າງ ພ້ອມທັງຈັດຝຶກອົບຮົມວິທີການຂຽນຂ່າວ, ການຈັດລາຍການ ໃຫ້ແກ່ພະນັກງານວິຊາການຂັ້ນເມືອງ ແລະ ຂັ້ນບ້ານຂອງບ້ານ 3 ສ້າງ ເພື່ອເຮັດໃຫ້ຜູ່ຮັບຜິດຊອບຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ຮູ້ເຕັກນິກຂອງການຂຽນຂ່າວ, ວຽກງານຂອງນັກຂ່າວ, ຄຸນສົມບັດຂອງໂຄສົກ ແລະ ນັກຈັດລາຍການ.  ນອກຈາກນີ້, ຜູ່ເຂົ້າຮ່ວມກອງປະຊຸມຍັງໄດ້ຝຶກທົດລອງອັດສຽງອອກອາກາດຕົວຈິງ ເພື່ອເປັນການທົດສອບຄວາມຮູ້ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ແກ່ບັນດາສຳມະນາກອນໄດ້ນຳໄປໝູນໃຊ້ໃນຕໍ່ໜ້າ.