Submitted by webmaster on

ໃນວັນທີ 16 ທັນວາ 2015 ຜ່ານມານີ້ ໜ່ວຍກຳມະບານພະແນກຍຸຕິທຳແຂວງ ຫົວພັນ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ໂດຍພາຍໃຕ້ການການເປັນປະທານຂອງ ສະຫາຍ ດອນສະຫວັນ ດວງສິດ ຮອງປະທານສະຫະພັນກຳມະບານແຂວງ, ມີສະຫາຍ ສົມພອນ ອິນຄະວິໄລ ຮອງຫົວໜ້າພະແນກຍຸຕິທຳແຂວງ; ມີຜູ່ຕາງໜ້າມາຈາກອົງການພາຄີສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສະພາເຂດເລືອກຕັ້ງທີ 8 ແຂວງຫົວພັນ ແລະ ສະມາຊິກກຳມະບານຂອງພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວ ທ່ານ ຄຳມີ ວັນນະຄະມີໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ, ກວດກາ-ພະນັກງານ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງ II ພາກ ຊຶ່ງຍົກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ຕະຫຼອດໄລຍະ 1 ປີຜ່ານມາ ໜ່ວຍກຳມະບານພະແນກຍຸຕິທຳແຂວງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນກົມກອງຂອງຕົນ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປະຕິບັດແບບແຜນວິທີເຮັດວຽກຂອງອົງການຈັດຕັ້ງພັກ ກໍຄືອົງການຈັດຕັ້ງຂອງລັດທີ່ຕົນຂຶ້ນກັບ ແລະ ຄົ້ນຄວ້າເຊື່ອມຊືມເອກະສານຕ່າງໆຂອງກຳມະບານ ແລະ ກົດໝາຍວ່າດ້ວຍ ກຳມະບານລາວ. ເຮັດໃຫ້ສະມາຊິກແຕ່ລະສະຫາຍອຸ່ນອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ ຊຶ່ງສະແດງ ອອກໃນການຫັນສະມາຊິກລົງກໍ່ສ້າງຮາກຖານຕາມການມອບໝາຍຂອງຄະນຳພະແນກ, ເຖິງແມ່ນວ່າຈະມີຄວາມຫຍຸ້ງ ຍາກກໍຕາມກໍ ສາມາດຜ່ານຜ່າສຳເລັດໜ້າທີ່ຕາມລະດັບຄາດໝາຍ. ປັດຈຸບັນນີ້ ໜ່ວຍກຳມະບານຂອງພະແນກຍຸຕິທຳແຂວງຫົວພັນ ມີສະມາຊິກທັງໝົດ 39 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກທຸກສະຫາຍໄດ້ເອົາໃສ່ປະຕິບັດເນື້ອໃນຂໍ້ແຂ່ງ ຂັ້ນ 2 ດີ 5 ເປັນເຈົ້າຢ່າງຕັ້ງໜ້າ ຊຶ່ງເຮັດໃຫ້ສະມາຊິກກຳມະບານ ໄດ້ຮັບໃບຍ້ອງຍໍຈາກສະຫະພັນກຳມະບານແຂວງ 32 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍກຳມະບານ 2 ດີ 5 ເປັນເຈົ້າ ປະຈຳປີ 2014 ແລະ ສືບຕໍ່ສູ້ຊົນເພື່ອຮັກສາມູນ ເຊື້ອ. ເຄື່ອນໄຫວເຂົ້າຮ່ວມກິລາປະເພດຕ່າງໆ ທີ່ທາງແຂວງຈັດຂຶ້ນ ລວມທັງໝົດ 47 ຄັ້ງ, ມີຜູ່ເຂົ້າຮ່ວມ 260 ສະຫາຍ, ປະກອບສ່ວນໃນການສະແດງສິນລະປະວັນນະຄະດີໃນງານຕ່າງໆໄດ້ 3 ຄັ້ງ. ນອກຈາກສະມາຊິກກຳມະບານໄດ້ເຄື່ອນ ໄຫວວຽກງານວິຊາສະເພາະແລ້ວ ຍັງເຄື່ອນໄຫວໃນການສ້າງເສດຖະກິດຄອບຄົວດ້ວຍການບໍລິການ, ການປູກຟັງ-ລ້ຽງສັດ ແລະ ອື່ນໆ. ເດັ່ນກວ່າໝູ່ແມ່ນຄອບຄອບຂອງສະຫາຍ ສີທອນ ອິນມະນີ, ຄອບຄົວສະຫາຍ ສົມພອນ ອິນຄະວິໄລ, ຄອບຄົວ ສະຫາຍ ບົວລຽນ ພອນຄຳມາ, ຄອບຄົວສະຫາຍ ນາງ ແນະ ເຮືອງຄຳແພງ, ຄອບຄົວ ນາງ ພູເຮືອງ ພົມມະວັນ ແລະ ຄອບຄົວອື່ນໆ ສາມາດສ້າງລາຍຮັບເພີ່ມນອກຈາກເງິນເດືອນເຮັດໃຫ້ແຕ່ລະຄອບຄົວມີຢູ່ມີກິນ, ມີເຮືອນຢູ່ຖາວອນ ແລະ ສົ່ງລູກຫຼານໄປ ຮຽນຕໍ່ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະມາຊິກກຳມະບານພາຍໃນໜ່ວຍສາມາດຫຼຸດພົ້ນອອກຈາກ ຄວາມທຸກຍາກ ສະເລ່ຍລາຍຮັບສາມາດບັນລຸໄດ້ 20 ລ້ານກີບຕໍ່ຄົນຕໍ່ປີ. ປັດຈຸບັນໜ່ວຍກຳມະບານສາມາດເກັບທ້ອນເງິນ ກອງທຶນຊ່ວຍເຫຼືອເຊິງກັນ ແລະ ກັນໄດ້ 3.996.000 ກີບ. ໃນກອງປະຊຸມ ຜູ່ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ບົດລາຍການ ເມືອງທັງສອງພາກເພື່ອໃຫ້ມີເນື້ອໃນຄົບຖ້ວນ ພ້ອມກັນນັ້ນຜູ່ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະປະທານໜ່ວຍກຳມະບານຊຸດໃໝ່ຂອງພະແນກຍຸຕິທຳແຂວງຫົວພັນຕື່ມອີກ. ຕອນທ້າຍຂອງກອງປະ ຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ດອນສະຫວັນ ດວງສິດ ຮອງປະທານກຳມະບານແຂວງ ເພື່ອເປັນການຊີ້ທິດ ເຍືອງທາງໃຫ້ຄະນະກຳມະບານຊຸດໃໝ່ ໃນການສືບຕໍ່ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານກຳມະບານໃຫ້ດີຂຶ້ນເທື່ອລະກ້າວ.