ພະແນກຍຸຕິທຳເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຊ່ອນ

     ພະແນກຍຸຕິທຳແຂວງຫົວພັນ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຊ່ອນ ໃນວັນທີ 24 ມັງກອນ 2017 ໂດຍການນຳພາຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ. ໃນ ການເຄື່ອນໄຫວ ແລະ ລົງເຮັດວຽກໃນຄັ້ງນີ້ ຄະນະໄດ້ຮັບຟັງການລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຍຸຕິທຳເມືອງ ຊື່ງໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຍາດມາໄດ້ໃນລະຍະຜ່ານມາ ແລະ ດ້ານອ່ອນທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ຕະຫຼອດລະຍະຜ່ານມາ ຫ້ອງການຍຸຕິທຳເມືອງຊ່ອນ ໄດ້ສຸມໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານມີຄວາມອຸນອຽນທຸ່ນທ່ຽງ, ສຸມທຸກສະຕິປັນຍາເຂົ້າ ໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບສູງ. ໂດຍສະເພາະ ກໍແມ່ນວຽກງານຍຸຕິທຳຮາກຖານທີ່ເປັນວຽກງານບູລິມະສິດສຳຄັນຂອງຂະແໜງຍຸຕິທຳ ໃນນັ້ນລວມມີວຽກງານການຮຽນ-ການສອນກົດໝາຍ ຊັ້ນຕົ້ນ ລະຍະ 3 ເດືອນ, ວຽກງານການສ້າງບ້ານ ແລະ ຄອບຄົວປອດຄະດີ, ວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານອື່ນໆ.

     ໃນໂອກາດນີ້; ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນໝົດເພິ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະນຳຂອງຫ້ອງການ ແລະ ພະນັກງານວິຊາການ ທີ່ໄດ້ສຸມໃສ່ ການຈັດຕັ້ງປະຕິບັດວຽກງານໃນລະຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ໄດ້ຮັບຜົນສຳເລັດ. ໃນຕອນທ້າຍຂອງກອງປະຊຸມ ພະແນກຍຸຕິທຳແຂວງ ກໍໄດ້ມອບປື້ມກົດໝາຍຈຳນວນ 100 ກ່ວາຫົວໃຫ້ແກ່ຫ້ອງການຍຸຕິທຳເມືອງຊ່ອນ ເພື່ອນຳໄປແຈກຢາຍໃຫ້ແກ່ບັນດາການນຳເມືອງ, ຫ້ອງການ ແລະ ກຸ່ມບ້ານຂອງເມືອງຊ່ອນ ໂດຍແມ່ນ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງເປັນ ຜູ່ກ່າວມອບ, ຕາງໜ້າຮັບໂດຍ ທ່ານ ຈັນພອນ ເລືອງຄຳດີ ຫົວໜ້າຫ້ອງການຍຸຕິທຳເມືອງຊ່ອນ ຊື່ງປຶ້ມກົດໝາຍທີ່ນຳມາມອບໃນຄັ້ງນີ້ ປະກອບມີປຶ້ມກົດໝາຍຂົງເຂດປົກຄອງ, ກົດໝາຍຂົງເຂດແຮງງານ ແລະ ຊັບພະຍາກອນທຳມະຊາດ, ກົດໝາຍຂົງເຂດວັດທະນາທຳ-ສັງຄົມ, ປຶ້ມແບບຮຽນກົດໝາຍຊັ້ນຕົ້ນ, ປຶ້ມສັງລວມກົດໝາຍ 2010 – 2012 ແລະ ເອກະສານຄູ່ມືໃນການໂຄສະນາສຶກສາອົບຮົມກົດໝາຍຈຳນວນໜຶ່ງ.

ໂດຍ: ພວງເພັດ ເພັດຍາວົງ