ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກ ແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 4 ປະຈໍາສົກປີ 2015-2016 ຂອງແຂວງສະຫວັນນະເຂດ

     ໃນຕອນບ່າຍຂອງວັນທີ 16 ກັນຍາ 2016 ຢູ່ທີ່ພະແນກຍຸຕິທໍາແຂວງສະຫວັນນະເຂດ ໄດ້ຈັດພິທີປິດການຮຽນ-ການສອນ ໂຄງການບໍາລຸງກົດໝາຍ ໄລຍະສັ້ນ 45 ວັນ ຂອງພະແນກຍຸຕິທໍາແຂວງສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າພະແນກ, ຮອງພະແນກຍຸຕິທໍາ, ນັກວິທະຍາກອນ, ນັກສໍາມະນາກອນ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບໍາລຸງກົດໝາຍ ໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂັ້ນແຂວງ-ຂັ້ນເມືອງ ຊຸດທີ 4 ປະຈໍາສົກປີ 2015-2016 ໂດຍປະຕິບັດຕາມຄໍາແນະນໍາຂອງລັດຖະມົນຕີ ກະຊວງຍຸຕິທໍາ ສະບັບເລກທີ 1039/ກຍ, ລົງວັນທີ 04 ທັນວາ 2015 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ວຽກງານຍຸຕິທໍາຮາກຖານ, ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະ ຫວັນນະເຂດ ສະບັບເລກທີ 973/ຈຂ.ສຂ, ລົງວັນທີ 05 ກໍລະກົດ 2016 ວ່າດ້ວຍການອະນຸມັດເປີດໂຄງການຫຼັກສູດ ບໍາລຸງກົດໝາຍໄລຍະສັ້ນ 45 ວັນຂອງແຂວງສະຫວັນນະເຂດ, ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ ປະກອບມີ 28 ວິ ຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ມີຈໍານວນຜູ້ເຂົ້າຝຶກອົບຮົມຈໍານວນ 54 ທ່ານ, ຍິງ 16 ທ່ານ. ຊຶ່ງມາຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້. ຜ່ານການຝຶກອົບຮົມສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້: 1. ປະເພດດີເລີດ 42 ທ່ານ, ຍິງ 09 ທ່ານ, 2. ປະເພດດີ 12 ທ່ານ, ຍິງ 07 ທ່ານ.

     ຕອນທ້າຍຂອງພິທີ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດທີ່ຄະນະພັກ-ຄະນະນໍາ ແຂວງສະຫວັນນະເຂດ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສໍາມະນາກອນ ທີ່ໄດ້ສໍາເລັດ ການຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ແລະ ໄດ້ເນັ້ນໜັກໃຫ້ນັກສໍາມະນາກອນ ຈົ່ງພ້ອມກັນນໍາເອົາຄວາມຮູ້, ຄວາມສາມາດ, ເນື້ອໃນຈິດໃຈກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນ ໄດ້ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບ ຜິດຊອບໃຫ້ປະກົດຜົນເປັນຈິງ.

ຂ່າວ: ໄຊຍະສິດ;    ພາບ: ວຽງໄຊ