ເມືອງ ຊະນະຄາມ ແຂວງ ວຽງຈັນ ຈັດພິທີປິດ ການຮຽນ – ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ IV

ຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງເມືອງ ຊະນະຄາມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ – ການສອນ ກົດໝາຍ ຊັ້ນຕົ້ນ ຊຸດທີ IV ຂື້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ຊະນະຄາມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ຄູອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ທອງ ຫຼວງໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ຊະນະຄາມ ໄດ້ຜ່ານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍ່ຄື ການຈັດຕັ້ງປະຕິບັດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ເຊິ່ງໄດ້ເປີດແຕ່ ວັນທີ 20 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ - ການສອນ ແມ່ນນຳໃຊ້ຫຼັກສູດຂອງກະຊວງຍຸຕິທຳກຳນົດໃຫ້ ເຊິ່ງປະກອບມີ 4 ພາກ , ມີຈຳນວນ 37 ວິຊາ, ມີ 31 ໜ່ວຍກິດ, ມີ 465 ຊົ່ວໂມງມີຄູ-ອາຈານທັງໜົດ 30 ຄົນ, ຍິງ 4 ຄົນ ໃນນັ້ນມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຢູ່ພາຍໃນເມືອງ ຊະນະຄາມ ແລະ ປະກອບມີນັກຮຽນທັງໜົດ 56 ຄົນ, ຍິງ 5 ຄົນ, ພະ 3 ອົງ ສ່ວນຜົນການຮຽນແມ່ນເສັງໄດ້ 100% .

ນອກຈາກນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍ: ການມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ກົດໝາຍຊັ້ນຕົ້ນ ຢູ່ເມືອງ ຊະນະຄາມ ແຂວງ ວຽງຈັນ ແລະ ທາງເມືອງ ຊະນະຄາມກໍ່ໄດ້ຈັດພິທີມອບ – ຮັບໃບປະກາດສະນິຍະບັດໃຫ້ນັກຮຽນກົດໝາຍ ຊັ້ນຕົ້ນ ຊຸດທີ IV ຢ່າງສົມກຽດ ​ແລະ​ ໄດ້​ປິດຢ່າງເປັນທາງການ.