ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຢູ່ ແຂວງບໍ່ແກ້ວ

 

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 05 ກັນຍາ 2016​ ຢູ່​ທີ່​​ໂຮງຮຽນການ​ເມືອງ-ການ​ປົກຄອງ​ ແຂວງບໍ່ແກ້ວ ​ໄດ້​ຈັດ​ພິທີ​ປິດ​ການ​ຮຽນ-ການ​ສອນ​ໂຄງການ​ບຳບຸງ​ກົດໝາຍ ​ໄລຍະ​ສັ້ນ​ 45 ວັນ​ ຂອງພະແນກຍຸຕິທຳ ແຂວງບໍ່ແກ້ວ, ​​ໂດຍພາຍໃຕ້ການ​ເປັນ​ປະທານຂອງ ​ທ່ານ ​ໄຊສີ ສັນຕິ​ວົງ, ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ​ຍຸຕິ​ທຳ, ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ປອ ຄຳ​ພັນ ​ເຜີຍ​ຍະ​ວົງ, ກຳ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ພັກ​​, ເຈົ້າ​ແຂວງໆ​ບໍ່ແກ້ວ, ມີ​ຄະນະ​ປະຈຳ​ພັກ​ແຂວງ, ກຳ​ມະ​ການ​ພັກ​ແຂວງ, ຫົວໜ້າພະແນກຍຸຕິທຳ, ຮອງ​ພະ​ແນ​ກຍຸຕິ​ທຳ, ລັດ​ວິ​ສາ​ຫະກິດ, ນັກວິທະຍາ​ກອນ ​ແລະ ນັກສຳ​ມະນາກອນ ລວມທັງ ພະແນກການອ້ອມຂ້າງແຂວງ​ ເຂົ້າ​ຮ່ວມ​ທັງໝົດ 124 ທ່ານ, ຍິງ 32 ທ່ານ.

     ໃນ​ພິທີ ທ່ານ ຄຳຫຼ້າ ອຸດ​ທະ​ຍອດ, ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ ໄດ້​ຂຶ້ນ​ກ່າວ​ບົດ​ສະຫຼຸບລາຍ​ງານວຽກງານ​ການຈັດ​ຕັ້ງ​ປະ​ຕິບັດ​ໂຄງການ​ບຳລຸງ​ກົດໝາຍ​ ​ໄລຍະສັ້ນ 45 ວັນ ​ໃຫ້​ແກ່ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ​-ຂັ້ນ​ເມືອງ ຊຸດ​ທີ 5 ປະຈຳສົກ​ປີ 2015-2016 ​ໂດຍ​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ລັດຖະມົນຕີກະຊວງ​ຍຸຕິ​ທຳ, ສະບັບ​ເລກທີ 1039/ກຍ, ລົງ​ວັນ​ທີ 04 ທັນວາ 2015 ວ່າ​ດ້ວຍ ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ 3 ສ້າງ ​ແລະ ຍຸຕິ​ທຳ​ຮາກ​ຖານ, ອີງ​ຕາມ​ຂໍ້​ຕົກລົງ​ຂອງ ທ່ານ ​ເຈົ້າ​ແຂວງໆບໍ່​ແກ້ວ ​ສະບັບ​ເລກ​ທີ 708 /ຈຂ. ບກ, ລົງ​ວັນ​ທີ 22 ມີ​ຖຸນາ 2016 ວ່າ​ດ້ວຍ ​ອະນຸມັດ​ເປີດ​ໂຄງການຫຼັກສູດ​ບຳລຸງ​ກົດໝາຍ ​ໄລຍະ​ສັ້ນ 45 ວັນ​ຂອງ​ແຂວງ​ບໍ່​ແກ້ວ ຊຶ່ງຫຼັກສູດ​ການ​ຮຽນ-ການ​ສອນ​ຄັ້ງ​ນີ້ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວ​ໂມງ, ມີ​​ຜູ້​ເຂົ້າ​ຝຶກອົບຮົມ ຈຳນວນ 49 ຄົນ, ຍິງ 12 ຄົນ ​ຊຶ່ງມາ​ຈາ​ກພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້. ຜ່ານ​ການ​ຝຶກ​ອົບຮົມສາມາດ​ຕີ​ລາຄາ ​ແລະ ຈັດ​ປະ​ເພດ ​ດັ່ງນີ້ 1. ປະ​ເພດ​ດີ​ເລີດ 23 ສະຫາຍ, ຍິງ 6 ສະຫາຍ, 2. ປະ​ເພດ​ດີ 26 ສຫາຍ, ຍິງ 6 ສະຫາຍ.

      ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​​ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະພັກ, ຄະນະນຳ ແຂວງບໍ່ແກ້ວ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ສຳເລັດການ ຝຶກອົບຮົບກົດໝາຍ ໄລຍະສັ້ນ 45 ວັນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ໃຫ້ນັກສຳມະນາກອນທຸກສະຫາຍ ຈົງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ແລະ ເນື້ອໃນກົດໝາຍທີ່ຕົນໄດ້ຮັບການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປtສົບຜົນສຳເລັດສູງກວ່າເກົ່າ.       

  

ຂ່າວ ແລະ ພາບໂດຍ: ກຶມມຸຄອນແກ້ວ