ກອງປະຊຸມຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງຍຸຕິທໍາ ປຶກສາວຽກໂຄງການໄລຍະ II ຮ່ວມກັບອົງການ UNDP

ກອງປະຊຸມຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງຍຸຕິທໍາ ປຶກສາວຽກໂຄງການໄລຍະ II ຮ່ວມກັບອົງການ UNDP

        ໃນວັນທີ 16 ພຶດສະພາ 2024 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ, ຫ້ອງການກະຊວງ ໄດ້ຈັດກອງປະຊຸມຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົ່ງເຢີທ່າວ, ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ປະທານ ຄະນະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີທ່ານ ນ. ຟູລເວຍ ເຄຼຮິຊິ ຫົວໜ້າໂຄງການຄັນຮົ່ມ ພ້ອມຄະນະຂອງທັງສອງຝ່າຍເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ ໄດ້ປຶກສາວຽກງານພາຍໃຕ້ໂຄງການຄັນຮົ່ມ ໄລຍະ II ຊຶ່ງຈັດຕັ້ງປະຕິບັດຮ່ວມກັນ ໂດຍອົງການ UNFPA ແລະ UNDP ແມ່ນຮັບຜິດຊອບແຜນງານທີ 3: ປັບປຸງໂຄງຮ່າງການຈັດຕັ້ງ ແລະ ກອບນະໂຍ ບາຍ ທີ່ແນໃສ່ການເພີ່ມທະວີການລຶບລ້າງຄວາມຮຸນແຮງບົນພື້ນຖານທາງເພດຕໍ່ກັບແມ່ຍິງ ແລະ ການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໂດຍການພັດທະນາຫຼັກສູດການຝຶກອົບຮົມທີ່ສະເພາະເຈາະຈົງສໍາລັບຂະແໜງການຍຸຕິທໍາ, ເຈົ້າໜ້າທີ່ຕໍາຫຼວດ ແລະ ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເພື່ອຮັບປະກັນໃຫ້ແກ້ໄຂກໍລະນີຄວາມຮຸນແຮງບົນພື້ນ ຖານທາງເພດ ມີຄວາມອ່ອນໄຫວ, ມີປະສິດທິພາບ ແລະ ສອດຄ່ອງກັບຫຼັກການເອົາຜູ້ເຄາະຮ້າຍເປັນໃຈກາງ. ໂດຍການເພີ່ມທະວີຂອດປະສານງານ, ເພີ່ມຈໍານວນຜູ້ຊ່ຽວຊານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈພາຍໃນຂະແໜງການຍຸຕິທໍາ, ແຜນງານທີ 3 ມີຈຸດປະສົງເພື່ອສ້າງສະພາບແວດລ້ອມທີ່ດີສໍາລັບຜູ້ເຄາະຮ້າຍ, ຜູ້ລອດຊີວິດ ແລະ ປັບປຸງການເຂົ້າເຖິງຄວາມຍຸຕິທໍາຂອງຊຸມຊົນ.

        ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີທິດຊີ້ນໍາຕໍ່ວຽກງານຈຸດສຸມໃນຕໍ່ໜ້າ ແລະ ສະແດງຄວາມຂອບ ໃຈ ມາຍັງທ່ານ ຫົວໜ້າໂຄງການ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ກຽດສະລະເວລາ ເຂົ້າຮ່ວມປຶກສາວຽກໂຄງການໄລ ຍະທີ II ໃນຄັ້ງນີ້.

ຂ່າວ-ພາບ: ກະຊວງຍຸຕິທໍາ