ກອງປະຊມໃຫຍ່ໜ່ວຍຊາວໜຸ່ມຫ້ອງການ ກະຊວງຍຸຕິທຳ

ໃນຕອນເຊົ້າຂອງວັນທີ 4 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ  ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານຊາວໜຸ່ມຫ້ອງການ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ນາງ ໄກສອນ ແກ່ນປະເສີດ ເລຂາຊາວໜຸ່ມຫ້ອງການ , ມີສະຫາຍ ລິຊົງ ລີໄຊຕູ້ ຮອງເລຂາໜ່ວຍພັກ ຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກ ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ປະທານສະຫະພັນກຳມະບານ ແລະ ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງຫ້ອງການ ມີຈຳນວນພົນເຂົ້າຮ່ວມທັງໝົດຈຳນວນ 49 ສະຫາຍ, ຍິງ 21 ສະຫາຍ.

ຈຸດປະສົງ ເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມຫ້ອງການ ໃນໄລຍະຜ່ານມາ ແລະ ຈະໄດ້ພາກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈຳນວນ 8 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ, ຍິງ 1 ສະຫາຍ ຄື: 1. ສະຫາຍ ປາຊິດ ສີທຸມທອງ ເປັນເລຂາໜ່ວຍ, 2. ສະຫາຍ ສຸວັນນະພອນ ພິມມະສອນ ເປັນຮອງເລຂາ, 3. ສະຫາຍ ສອນທະນູ ພິມມະໂນໃນ ເປັນປະທານກວດກາ, 4. ສະຫາຍ ຄຳເມີງ ແພງສົມບັດ ເປັນກຳມະການ, 5. ສະຫາຍ ນາງ ພັດສະລີນ ເປັນກຳມະການ .
ໃນຕອນທ້າຍກອງປະຊຸມ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ກໍໄດ້ໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດໃຫ້ດີຂຶ້ນກວ່າເກົ່າ.