ກະຊວງຍຸຕິທຳຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານງົບປະມານແຫ່ງລັດ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກຳກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານແຫ່ງລັດຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນທານຂອງ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ, ມີຫົວໜ້າກົມ, ຮອງກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະຮັບຜິດຊອບເຜີຍແຜ່ບັນດານິຕິກຳຕ່າງໆຈາກກະຊວງການເງິນ ນຳສະເໜີ ແລະ ເຜີຍແຜ່ໂດຍ ທ່ານ ສາຍສະໝອນ ແຍງວັນນະວົງ ຫົວໜ້າພະແນກ (ກົມງົບປະມານ ກະຊວງການເງິນ) ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 110 ທ່ານ, ຍິງ 45 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອເຜີຍແຜ່ບັນດານິຕິກຳຕ່າງໆ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ, ເອກະສານທີ່ນຳມາເຜີຍແຜໃນຄັ້ງນີ້ ປະກອບມີ ດັ່ງນີ້: ບາງມາດຕາ, ບາງເນື້ອໃນຂອງກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ກົດໝາຍສະບັບນີ້ແມ່ນ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການໃຊ້ທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຢັດ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຄຳແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ສະບັບເລກທີ 0018/ກງ, ລົງວັນທີ 3 ມັງກອນ 2019, ຄຳແນະນຳກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນລັດ ສະບັບເລກທີ0016/ກງ, ລົງວັນທີ 2 ມັງກອນ 2019, ຂໍ້ຕົກລົງວ່າດ້ວຍ ການກຳນົດໝາຍການໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ແລະ ບົດແນະນຳ ກ່ຽວກັບການປະກອບເອກະສານການກວດກາ ແລະ ການເກັບສຳເນົາ ເອກະສານລາຍຈ່າຍງົບປະມານແຫ່ງລັດ ສະບັບເລກທີ 19/ກງ, ລົງວັນທີ 5 ມີຖຸນາ 2012.

ພາຍຫຼັງໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີຄຳຖາມແລກປ່ຽນ, ສົນທະນາບາງບັນຫາທີ່ເຫັນວ່າບໍ່ທັນຈະແຈ້ງ ແລະ ບໍ່ທັນເອກະພາບກັນ ໃນເວລາຈັດຕັ້ງປະຕິບັກດຕົວຈິງ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ