ກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ

         ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 100 ທ່ານ ຊຶ່ງມາຈາກຫຼາຍພາກສ່ວນຄື: ບັນດາວິສາຫະກິດ-ທຸລະກິດພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການຈັດຕັ້ງຂອງ ລັດຂັ້ນເມືອງ ພາຍໃນ ນະຄອນຫຼວງວຽງຈັນ ຄື: ເມືອງຈັນທະບູລີ, ເມືອງ ສີສັດຕະນາກ ແລະ ເມືອງ ໄຊເສດຖາ.

     ຈຸດປະສົງ ແມ່ນເພື່ອເຜີຍແຜ່ວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ ໃຫ້ບັນດາຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຮັບຮູ້ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ການແກ້ໄຂຂໍ້ພິພາດທາງດ້ານຜົນປະໂຫຍດ ລະຫວ່າງນິຕິບຸກຄົນດ້ວຍກັນ, ນິຕິບຸກຄົນກັບບຸກຄົນ, ບຸກຄົນກັບບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເກີດຂຶ້ນຈາກການລະ ເມີດສັນຍາ, ການດຳເນີນທຸລະກິດ ດ້ວຍການໄກ່ເກ່ຍ ແລະ ການຕັດສີນໂດຍຄະນະກຳມະການ ຊຶ່ງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການທາງດ້ານເສດຖະກິດຢູ່ ສປປ ລາວ.

     ເນື້ອໃນທີ່ນຳເຜີຍແຜ່ໃນກອງປະຊຸມ ຄັ້ງນີ້ ປະກອບດ້ວຍ ການເຄື່ອນໄຫວວຽກງານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມສຳຄັນ ແລະ ຄວາມແຕກຕ່າງ ລະຫວ່າງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສານປະຊາຊົນ, ສົນທິສັນຍາ ນິວຢອກ ປີ 1958 ວ່າດ້ວຍການຮັບຮູ້ ແລະ ການຈັດຕັ້ງປະຕິ ບັດຄຳຕັດສີນ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ່າງປະເທດ ແລະ ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ.

                                                                                                                                                                                                                ຂຽນຂ່າວ ສຸກສົມບູນ ຄິນສະໝອນ  ຖ່າຍພາບໂດຍ ຄຳຫຼ້າ ພິມມະສານ

ຜູ້ປະສານງານ ສກສ