ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ຜົນການປະຕິບັດໜ້າທີ່ຂອງຄູ

ກອງປະຊຸມເຜີຍແຜ່ເອກະສານ ຜົນການປະຕິບັດໜ້າທີ່ຂອງຄູ, ຜູ້ບໍລິຫານສະຖາບັນການສຶກສາ

          ໃນວັນທີ 3 ພຶດສະພາ 2024 ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ຜົນການປະຕິບັດໜ້າທີ່ຂອງຄູ, ຜູ້ບໍລິຫານສະຖາບັນການສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າສະຖາບັນ, ຮອງຫົວໜ້າສະຖາບັນ, ມີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ກົມຮ່ວມມືສາກົນ ກະຊວງຍຸຕິທຳ, ມີພະນັງງານຄູອາຈານ ແລະ ຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຄູເຂົ້າຮ່ວມ.

          ກອງປະຊຸມໄດ້ມີການບັນຍາຍເອກະສານ ທີ່ກ່ຽວຂ້ອງກັບລັດຖະກອນຄູ ໃຫ້ບັນດາຄະນະກໍາມະການ ທັງພາຍໃນ ແລະ ພາຍນອກ ເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດ ໃນການນຳໄປປະເມີນຊັ້ນ-ຂັ້ນເງິນເດືອນຂອງລັດຖະກອນຄູ ໃນສົກປີ 2024 ໂດຍປະກອບມີ ດໍາລັດ 202/ບລ, ລົງວັນທີ 12 ພຶດສະພາ 2023 ແລະ ຄໍາແນະນໍາເລກທີ 1213/ສສກ, ລົງວັນທີ 01 ພະຈິກ 2022 ໂດຍຮັບກຽດຕາງໜ້າຈາກກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ຂຶ້ນມາເຜີຍແຜ່. ຫຼັງຈາກສໍາເລັດການບັນຍາຍແລ້ວກໍໄດ້ມີການຖາມ-ຕອບ ກ່ຽວກັບບັນຫາໃດທີ່ເຫັນຍັງບໍ່ທັນເຂົ້າໃຈ ແລະ ສົນທະນາບາງວຽກງານທີ່ສໍາຄັນ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ຈັດພິທີມອບ-ຮັບໃບຢັ້ງຢຶນ ຕໍາແໜ່ງວິຊາການຄູ ຂັ້ນອາຈານ 7 ທ່ານ ແລະ ຂັ້ນຜູ້ຊ່ວຍອາຈານ 13 ທ່ານ ຊຶ່ງໃຫ້ກຽດມອບໂດຍ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ.

ພາບ-ຂ່າວ: ກະຊວງຍຸຕິທໍາ