ສະຖາບັນຍຸຕິທໍາແຫ່ງຊາດ ລົງເຄື່ອນໄຫວເຜີຍແຜ່ ພາລະບົດບາດຂອງຕົນ ຢູ່ສະຖາບັນຍຸຕິທໍາພາກກາງ ແລະ ພາກໃຕ້

    ຢູ່ທີ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ ໄດ້ຈັດພິທີເຜີຍ​ແຜ່​ພາລະ​ບົດບາດ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ລົງຕິດຕາມການຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະມານ ໃນ​ລະຫວ່າງ​ວັນ​ທີ 10-11 ພຶດສະພາ 2017 ທີ່​ຜ່ານ​ມາ ໂດຍ ທ່ານ ​ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ແລະ ທ່ານ ​ຄຳ​ພອນ​ ສີ​ປະ​ເສີດ ຫົວໜ້າຫ້ອງການ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ​ໄດ້​ລົງ​ເຄື່ອນ​ໄຫວເຜີຍແຜ່ວຽງການດັ່ງກ່າວ​  ແລະ ໂດຍການຕ້ອນຮັບຂອງທ່ານ ສົມ​ສະນິດ ດອນ​ປະ​ເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ ແລະ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຸຕິທຳພາກໃຕ້, ມີບັນດາຄູ ອາຈານ, ນັກສຶກສາ ຂອງສະຖາບັນຍຸຕິທຳ ແລະ ພາກສວ່ນທີ່ກຽ່ວຂ້ອງ ເຂົ້າຮວ່ມຢ່າງພ້ອມພຽງ.

     ໃນ​ພິທີ​​ຜູ້​ເຂົ້າ​ຮວ່ມ​ໄດ້​ຮັບ​ຟັງ​ການຂຶ້ນ​​ເຜີຍ​ແຜ່​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ເລກທີ 459/ກຍ ລົງ​ວັນ​ທີ  8 ພຶດສະພາ 2017 ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ  ຊຶ່ງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ຂຽນຫຍໍ້​ວ່າ “ສຍຊ” ​ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ​-ຄະນະ​ນຳກະຊວງ, ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ, ກໍ່ສ້າງ​ນັກ​ກົດ ໝາຍຊັ້ນ​ຕ່າງໆ, ກໍ່ສ້າງ​ນັກວິຊາ​ຊີບ​ຜູ້​ພິພາ​ກສາ, ​ໄອ​ຍະ​ການ, ທະນາຍຄວາມ ​ແລະ ວິຊາ​ຊີບ​ຍຸຕິ​ທຳ​ອື່ນ. ຫຼັງຈາກ​ນັ້ນ​ ຜູ້ເຂົ້າຮ່ວມ​ຍັງ​ໄດ້​ຮັບ​ຟັງກຽ່ວກັບຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະ ມານ ຢູ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ .

     ຊຶ່ງ​ຈຸດປະສົງ​ຂອງ​ການ​ລົງ​ເຜີຍ​ແຜ່​ພາລະ​ບົດບາດ​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ໃຫ້​ພະນັກງານ, ຄູ​ອາຈານ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳພາກ​ກາງ ​ແລະ ພາກ​ໃຕ້ ກຽ່ວກັບ​ພາລະ​ບົດບາດ​ໃໝ່ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດຢ່າງ​ເຂັ້ມ​ງວດ.

ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ