ສະຖາບັນຍຸຕິທຳພາກເໜືອ ສປປ ລາວ ແລະ ໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ສ.ເກົາຫຼີ ພົບປະແລກປ່ຽນບົດຮຽນວິຊາການດ້ານກົດໝາຍຮ່ວມກັນ

ຕອນເຊົ້າວັນທີ 15 ກຸມພາ 2019 ສະຖາບັນຍຸຕິທໍາ ພາກເໜືອ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນທາງດ້ານກົດໝາຍ ຈາກຄະນະຄູ-ອາຈານຂອງໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ປະເທດ ສ. ເກົາຫຼີ ຊຶ່ງນໍາພາ ໂດຍທ່ານ ຈົງຊູ ພາກ ຮອງຄະນະບໍດີຝ່າຍວິຊາການໂຮງຮຽນກົດໝາຍສາກົນຮັ່ນດ໋ອງ; ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກສຶກສາປະລິນຍາເອກ ສາຂາກົດໝາຍອາເມລິກາ ຈໍານວນ 6 ທ່ານ, ຍິງ 5 ທ່ານ. ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ພ້ອມດ້ວຍຄະນະ ແລະ ພະນັກງານ, ຄູ-ອາຈານທັງໝົດ, ພາຍຫຼັງທີ່ໄດ້ຈຸດປະສົງແລ້ວ, ທ່ານ ແສງອາລຸນ ພັນນະລັດ ໄດ້ກ່າວຕ້ອນຮັບຕໍ່ການມາຢ້ຽມຢາມຂອງຄະນະຄູ-ອາຈານໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ສ. ເກົາຫຼີ ຊຶ່ງການຢ້ຽມຢາມໃນຄັ້ງນີ້ເປັນຄັ້ງທີ 3, ພ້ອມທັງລາຍງານສະພາບລວມຂອງສະຖາບັນຍຸຕິທໍາພາກເໜືອໃຫ້ຄະນະທີ່ມາຢ້ຽມຢາມໄດ້ຮັບຊາບ. ຈາກນັ້ນ, ທ່ານ ຈົງຊູ ພາກ ຫົວໜ້າຄະນະຢ້ຽມຢາມ ກໍໄດ້ກ່າວຄໍາຂອບໃຈຕໍ່ຄະນະສະຖາບັນຍຸຕິທຳພາກເໜືອ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະເໜີກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຊຶ່ງທ່ານໄດ້ເນັ້ນໃຫ້ທັງສອງຝ່າຍພົບປະແລກປ່ຽນບົດຮຽນທາງດ້ານກົດໝາຍນຳກັນຢ່າງກົງໄປກົງມາ ເພື່ອນຳເອົາປະສົບການ ແລະ ບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການຮຽນ-ການສອນກົດ ໝາຍຕົວຈິງ. ທັງສອງຝ່າຍກໍໄດ້ມີການພົບປະ, ແລກປ່ຽນບົດຮຽນທາງດ້ານກົດໝາຍນຳກັນດ້ວຍບັນຍາກາດອັນອົບອຸ່ນ. ນອກນັ້ນ, ຍັງໄດ້ຮັບຟັງປະສົບການທາງດ້ານກົດໝາຍຈາກ ທ່ານ ອີລິກ ຈີລາດ ບລຸກກິງ ຜູ້ພິພາກສາສານອຸທອນຂອງລັດຖະບານກາງ ສະຫະລັດອາເມລິກາ ເປັນຕົ້ນ ແມ່ນຂະບວນການຍຸຕິທໍາໃນການພິຈາລະນາ ແລະ ສ້າງ ສັນຍາໃນການຮັບເໝົາໂຄງການຂອງລັດ ລະຫວ່າງລັດຖະບານກັບເອກະຊົນ. ຈາກນັ້ນ, ທ່ານ ເດວິດ ມັນດີ ຫົວໜ້າໂຄງການພັດທະນາດ້ານກົດໝາຍປະຈໍາຢູ່ໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ກໍໄດ້ແນະນຳກ່ຽວກັບຂັ້ນຕອນ ແລະ ວິທີການສະໝັກຂໍທຶນການສຶກສາຈາກລັດຖະບານ ສ. ເກົາຫຼີ ກໍຄືການສະໝັກຂໍທຶນການສຶກສາຈາກໂຮງຮຽນກົດໝາຍສາກົນຮັ່ນດ໋ອງ. ໃນພິທີດັ່ງກ່າວ ຄະນະຄູ-ອາຈານ ຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ຍັງໄດ້ມອບໃບປະກາສະນິຍະບັດລະດັບປະລິນຍາໂທ ໃຫ້ແກ່ ທ່ານ ອາຈານ ບຸນແຫຼ່ງ ຈິດຕະພອນ ພະນັກງານສະຖາບັນຍຸຕິທໍາພາກເໜືອ ທີ່ໄດ້ສຳເລັດການສຶກສາຈາກໂຮງຮຽນກົດໝາຍສາກົນ ຮັ່ນດ໋ອງ ສ. ເກົາຫຼີ, ພ້ອມທັງໄດ້ມອບເງິນຈໍານວນໜຶ່ງ ໃຫ້ສະຖາບັນຍຸຕິທໍາພາກເໜືອ ເພື່ອຈັດຊື້ຄອມພິວເຕີ, ອຸປະກອນຮັບໃຊ້ເຂົ້າໃນວຽກງານຕ່າງໆພາຍໃນຕື່ມອີກ.

ໃນຕອນທ້າຍຂອງການພົບປະ ທ່ານ ແສງອາລຸນ ພັນນະລັດ ກໍໄດ້ກ່າວຄໍາຂອບໃຈມາຍັງຄະນະຄູ-ອາຈານທີ່ມາຈາກໂຮງຮຽນກົດໝາຍສາກົນຮັນດ໋ອງ ສ. ເກົາຫຼີ ທີ່ໃຫ້ກຽດມາພົບປະຢ້ຽມຢາມ, ແລກປ່ຽນບົດຮຽນທາງດ້ານກົດໝາຍໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສົ່ງເສີມ, ຮ່ວມມືກ່ຽວກັບການຮຽນ-ການສອນ, ເປີດໂອກາດໃຫ້ແກ່ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາຂອງສະຖາບັນຍຸຕິທໍາພາກເໜືອ ໄດ້ໄປສຶກສາຕໍ່ຢູ່ໂຮງຮຽນກົດໝາຍສາ ກົນຮັ່ນດ໋ອງ ຕື່ມອີກ, ສືບຕໍ່ເຮັດໃຫ້ສາຍພົວພັນລະຫວ່າງໂຮງຮຽນກົດໝາຍສາກົນຮັ່ນດ໋ອງ ກັບສະຖາບັນຍຸຕິທໍາພາກເໜືອ ໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ຫຼັງຈາກນັ້ນກໍມີການແລກປ່ຽນຂອງຂວັນ ແລະ ຖ່າຍຮູບຮ່ວມກັນໄວ້ເພື່ອເປັນທີ່ລະນຶກ.

ຂຽນຂ່າວ-ຖ່າຍພາບ: ສະຖາບັນຍຸຕິທຳພາກເໜືອ