ພິທີເປີດຊຸດຝຶກອົບຮົມກ່ຽວກັບທັກສະການສອນ ໃຫ້ແກ່ຄູ-ອາຈານ ຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ສະຖາບັນຍຸຕິທຳພາກ

    ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ມັງກອນ 2019 ທີ່ຜ່ານມາ ຢູ່ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີຄະນະຮັບຜິດຊອບ ພ້ອມດ້ວຍຄູຝຶກ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ 63 ຄົນ, ຍິງ 15ຄົນ.
    ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນປັດຈຸບັນ ກໍຄືສະເພາະໜ້າ ແລະ ຍາວນານໃນການເສີມສ້າງທັກສະໃຫ້ຄູ-ອາຈານ ເຫັນໄດ້ຄວາມສຳຄັນຂອງວຽກງານການສິດສອນ ເປັນຕົ້ນ ການສອນວິຊາກົດໝາຍ ແລະ ວຽກງານຍຸຕິທຳ ພ້ອມທັງເປັນການປັບປຸງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາຊີບໃຫ້ແກ່ຄູ-ອາຈານ ທີ່ບໍ່ເຄີຍຜ່ານການຮຽນວິຊາຊີບຄູມາກ່ອນ. ສຳລັບຄູ-ອາຈານທີ່ມາສິດສອນແມ່ນມາຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມແມ່ນ ຄູ-ອາຈານ ຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ສະຖາບັນຍຸຕິທຳພາກ ທັງໝົດ 55 ຄົນ, ຍິງ 15 ຄົນ, ປະກອບມີ 6 ວິຊາຄື: ວິຊາຈິດຕະວິທະຍາ ແລະ ການທົດສອບ, ວິຊາຈິດຕະວິທະຍາການສຶກສາ, ວິຊາຈິດຕະວິທະຍາພັດທະນາການ, ວິຊາວັດ ແລະ ປະເມີນຜົນ, ວິຊາປະສົບການວິຊາຊີບຄູພາກທິດສະດີ ແລະ ວິຊາປະສົບການວິຊາຊີບຄູພາກປະຕິບັດຕົວຈິງ, ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 3 ອາທິດ ນັບແຕ່ວັນທີ 21 ມັງກອນ - 8 ກຸມພາ 2019 ຈຶ່ງຈະສໍາເລັດ.

ຂຽນຂ່າວໂດຍ: ສີປະໄພ ເພັດປະທຸມມາ, ຖ່າຍພາບໂດຍ: ທ. ສົມຫວັງ ບົວລະພັນ