ພິທີສະຫຼຸບການຮຽນ-ການສອນ ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ ຮຸ່ນທີ 8 ສົກປີ 2023-2024

ພິທີສະຫຼຸບການຮຽນ-ການສອນ ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ ຮຸ່ນທີ 8 ສົກປີ 2023-2024


Caption

      ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດພິທີສະຫຼຸບການຮຽນ-ການສອນ ຫຼັກສູດກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກ ງານໄອຍະການ ແລະ ທະນາຍຄວາມ ຂຶ້ນ, ໃນຕອນເຊົ້າຂອງວັນທີ 12 ມີນາ 2024 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ບັນດາກົມ, ຜູ້ຕາງໜ້າຈາກສານປະຊາ ຊົນສູງສຸດ, ອົງການໄອຍາການປະຊາຊົນສູງສຸດ, ສະພາທະນາຍຄວາມ, ຄູ-ອາຈານ ພ້ອມດ້ວຍຜູ້ສໍາເລັດການສຶກສາເຂົ້າຮ່ວມ.

      ໃນພິທີ ທ່ານ ນ. ເພັດສະໄໝ ໄຊມຸງຄຸນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ ຫຼັກສູດກໍ່ສ້າງວິຊາຊີບຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ, ເຊິ່ງໃນເບື້ອງຕົ້ນແມ່ນໄດ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຮ່ວມ ລະຫວ່າງກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ນັບແຕ່ປີ 2015 ຮອດ 2022, ຊຶ່ງຫຼັກສູດນີ້້ມີນັກສຶກສາສຳເລັດການສຶກສາ ແລະ ໄດ້ຮັບໃບຢັ້ງຢືນໄປແລ້ວ 7 ລຸ້ນ ຄື: ຮຸ່ນທີ 1- 6. ມາຮອດປີ 2022 ສະຖາບັນຍຸຕິທຳແຫ່ງຊາດໄດ້ນຳໃຊ້ຫຼັກສູດໃໝ່ທີ່ ຖືກຮັບຮອງ ແລະ ອະນຸມັດນຳໃຊ້ໂດຍກະຊວງສຶກສາທິການ ແລະ ກິລາ ຕາມຂໍ້ຕົກລົງສະບັບເລກທີ 4095/ສສກ, ລົງວັນທີ 08 ກັນຍາ 2021 ຊຶ່ງເປັນຫລັກສູດລົງເລິກຂະແໜງວິຊາຊີບ, ຜູ້ສຳເລັດການສຶກສາຫລັກສູດນີ້ ຈະໄດ້ຮັບປະກາສະນີຍະບັດເໜືອປະລີນຍາຕີ, ໂດຍທີ່ສະຖາບັນຍຸຕິທຳແຫ່ງຊາດໄດ້ນຳໃຊ້ເຂົ້າໃນການສິດສອນນັກສຶກສາໃນຮຸ່ນທີ 7 ສົກປີ 2022-2023 ໂດຍມີຜູ້ສຳເລັດແລ້ວ 01 ຊຸດ, ຈຳນວນ 36 ຄົນ, ຍີງ14 ຄົນ.

ສຳລັບການຮຽນ-ການສອນ ຮຸ່ນທີ 8 ໄດ້ເລີ້ມການສອບເສັງຄັດເລືອກເຂົ້າຮຽນ ໃນວັນທີ 13 ມັງກອນ 2023, ມີຜູ້ຜ່ານການສອບເສັງຄັດເລືອກ ຈໍານວນ 51 ຄົນ, ຍິງ 27 ຄົນ, ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 44 /ກຍ, ລົງວັນທີ 12 ມັງກອນ 2023 ວ່າດ້ວຍການອະນຸມັດຮັບນັກສຶກສາວິຊາຊີບຍຸຕິທໍາ ຮຸ່ນທີ 8.

ເຊິ່ງນັກສຶກສາທີ່ລົງເລິກຂະແໜງກໍ່ສ້າງວິຊາຊີບ ຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ ຮຸ່ນທີ 8 ທີ່ຜ່ານການຮຽນພາກທິດສະດີລົງເລິກ 5 ເດືອນ, ຝຶກງານນອກສະຖານທີ່ 6 ເດືອນ ແລະ ສອບເສັງຈົບຫລັກສູດ ມີຈຳນວນທັງໝົດ 50 ຄົນ , ຍິງ 27 ຄົນ, ຜົນການຮຽນສາມາດຈັດໄດ້ ສອງ ລະດັບ ດັ່ງນີ້ :

1) ລະດັບດີຫຼາຍ ເກຣດ B+ ຈຳນວນ : 32 ຄົນ, ເທົ່າກັບ 64 %;

2) ລະດັບດີ ເກຣດ B ຈຳນວນ : 18 ຄົນ, ເທົ່າກັບ 36 %;

ຕອນທ້າຍພິທີ ທ່ານ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ແລະ ຄູ-ອາຈານ, ພ້ອມທັງໃຫ້ທິດນໍາຕໍ່ ຜູ້ສໍາເລັດການສຶກສາ ໃຫ້ນໍາເອົາວິຊາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍນໍາໃຊ້ໃຫ້ເກີດປະໂຫຍດ ໃນສັງຄົມ ແລະ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ