ປະຖະຄະຖາວັນສ້າງຕັ້ງສະພາທະນາຍຄວາມຄົບຮອບ 30 ປີ

ໃນຕອນບ່າຍຂອງວັນທີ 6 ມີນາ 2019 ທີ່ ສະຖາບັນຍຸຕິທໍາແຫ່ງຊາດ ສະພາທະນາຍຄວາມໄດ້ປະຖະຄະຖາວັນສ້າງຕັ້ງສະພາທະນາຍຄວາມລາວຄົບຮອບ 30 ປີຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ບຸນຍູ້ ສີສານ ຮອງປະທານສະພາທະນາຍຄວາມ ແລະ ທ່ານ ປທ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີຄູ-ອາຈານ ແລະ ນັກສືກສາເຂົ້າຮ່ວມທັງໝົດ ຈໍານວນ 147 ທ່ານ, ຍິງ 63 ທ່ານ.
ໃນພິທີ ທ່ານ ປທ ນິວັນ ສົມແສງດີ ຄະນະປະຈໍາ ຄະນະບໍລິຫານງານສະພາທະນາຍຄວາມ ກໍໄດ້ຂຶ້ນບັນຍາຍກ່ຽວກັບວັນສ້າງຕັ້ງສະພາທະນາຍຄວາມຄົບຮອບ 30 ປີ ຊຶ່ງທ່ານໄດ້ກ່າວວ່າ ອົງການຈັດຕັ້ງສະພາທະນາຍຄວາມ ແມ່ນອົງການຈັດຕັ້ງໜຶ່ງທີ່ມີສ່ວນຮ່ວມໃນຂົງເຂດວຽກງານຍຸຕິທໍາ, ບັນດາປະເທດທີ່ຈະເລີນ ແລະ ກ້າວໜ້າໃນໂລກ ແມ່ນເພີ່ນຈະໃຫ້ຄວາມສໍາຄັນຕໍ່ວຽກງານທະນາຍຄວາມ ເນື່ອງຈາກວ່າເປັນຜູ້ປົກປ້ອງສິດ, ຜົນປະໂຫຍດຂອງບຸກຄົນ ແລະ ນິຕິບຸກຄົນ. ນອກຈາກນີ້, ອົງການຈັດຕັ້ງສະພາທະນາຍຄວາມ ແມ່ນອົງການຈັດຕັ້ງໜຶ່ງທີ່ເຄື່ອນໄຫວບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍອະນຸຍາດ, ມີຄວາມເປັນເອກະລາດ ແລະ ບໍ່ມີເງິນເດືອນ. 

ອົງການຈັດຕັ້ງທະນາຍຄວາມລາວໄດ້ສ້າງຕັ້ງຂຶ້ນມາຢ່າງເປັນທາງການຕາມດໍາລັດສະບັບເລກທີ 24/ສປລ, ລົງວັນທີ 30/03/1989, ມາຮອດປັດຈຸບັນເຖິງແມ່ນວ່າບົດບາດຂອງທະນາຍຄວາມຍັງບໍ່ສາມາດຕອບສະໜອງກັບໜ້າທີ່ການເມືອງຂອງພັກ-ລັດ ຫຼື ບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ທີ່ຢາກເຂົ້າເຖິງຄວາມຍຸຕິທໍາຢ່າງກວ້າງຂວາງກໍ່ຕາມ ແຕ່ອົງການຈັດຕັ້ງທະນາຍຄວາມກໍໄດ້ມີພື້ນຖານອັນແໜ້ນແກ່ນພໍສົມຄວນ ມີຜູ້ຊີ້ນໍາ, ນໍາພາ, ຄຸ້ມຄອງ ແລະ ບໍລິຫານງານ ໃນການຈັດຕັ້ງປະຕິບັດວຽກງານຢ່າມີປະສິດທິຜົນ, ມີປະສົບການຫຼາຍຂຶ້ນ ສາມາດປະກອບສ່ວນຊ່ວຍເຫຼືອສັງຄົມໃຫ້ມີຄວາມຍຸຕິທໍາ, ມີຄວາມສະຫງົບໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໄປແຕ່ລະໄລຍະ.

ຂ່າວ-ພາບ: ຂົນ ບຸນທິສານ.