ກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຄັ້ງວັນທີ 11-13 ກໍລະກົດ 2018 ທີ່ ສະຖາບັນຍຸຕິທໍາພາກເໜືອ

ໃນລະຫວ່າງ ວັນທີ 11 ເຖິງ 13 ກໍລະກົດ 2018 ທີ່ຜ່ານມາ, ຢູ່ທີ່ ສະຖາບັນຍຸຕິທໍາພາກເໜືອ ໄດ້ເປີດກອງປະຊຸມສໍາມະນາ ກ່ຽວກັບພື້ນຖານການເຮັດບົດຄົ້ນຄວ້າ ແລະ ວິທີວິທະຍາທາງດ້ານກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ວຽງເພັດ ເຊັງຊົ້ງເຢຽລໍໄຟຈົງ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ແສງເພັດ ແກ້ວພົມມາ ຮອງຫົວໜ້າສະຖາບັນຍຸຕິທໍາພາກເໜືອ ແລະ ທ່ານ Reginald M. Pastrana ຫົວໜ້າທີ່ປຶກສາໂຄງການ LAO/031. ຊຶ່ງມີຜູ້ເຂົ້າຮ່ວມສໍາມະນາທີ່ເປັນຄູ-ອາຈານ ຈາກສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາສະຖາບັນຍຸຕິທໍາພາກ ທັງໝົດຈໍານວນ 30 ທ່ານ. ຍິງ 11 ທ່ານ, ກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອຈາກໂຄງການ LAO/031.

          ທ່ານ ປອ ວຽງເພັດ ເຊັງຊົ້ງເຢຽລໍໄຟຈົງ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ, ທ່ານໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງການເຮັດບົດຄົ້ນຄວ້າວິໄຈ ແລະ ເນັ້ນຢ້ໍາໃຫ້ບັນດາຜູ້ເຂົ້າຮ່ວມສໍາມະນາຄັ້ງນີ້ ເອົາໃຈໃສ່ສຶກສາຄົ້ນຄວ້າ ມີຄໍາເຫັນແລກປ່ຽນ ຢ່າງເປັນຂະບວນ ເພື່ອເປັນການສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບການເຮັດບົດຄົ້ນຄວ້າ ແລະ ເປັນການເພີ່ມຂີດໝາຍຄວາມສາມາດ ໃຫ້ບັນດາຄູ-ອາຈານ ພາຍໃນສະຖາບັນຍຸຕິທໍາ.

          ທ່ານ Reginald M. Pastrana ຫົວໜ້າທີ່ປຶກສາໂຄງການ LAO/031 ໄດ້ຂຶ້ນບັນຍາຍກ່ຽວກັບພື້ນຖານຂອງການເຮັດບົດຄົ້ນຄວ້າກົດໝາຍ ປະກອບມີບາງບັນຫາຄື:

          - ຄວາມໝາຍ ແລະ ຈຸດປະສົງຂອງການເຮັດບົດວິໄຈກົດໝາຍ;

          - ຮູບແບບການຄົ້ນຄວ້າກົດໝາຍ;

          - ແນວຄວາມຄິດທົ່ວໄປກ່ຽວກັບການຄົ້ນຄວ້າທາງກົດໝາຍ;

          - ວິທີການ ແລະ ຂັ້ນຕອນໃນການເຮັດບົດຄົ້ນຄວ້າກົດໝາຍ.

          ທ່ານ ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ບັນຍາຍກ່ຽວກັບ ວິທີການເລືອກຫົວຂໍ້ ເພື່ອຂຽນການຄົ້ນຄວ້າ ແລະ ຂັ້ນຕອນໃນການຂຽນບົດຄົ້ນຄວ້າຢ່າງລະອຽດ.

          ຈາກນັ້ນ ທ່ານ ອາຈານ ວິໄຊ ສີຫາປັນຍາ ຫົວໜ້າພາກວິຊາກົດໝາຍແພ່ງ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຂຶ້ນບັນຍາຍລົງເລິກກ່ຽວກັບການເລືອກຫົວຂໍ້ວິໄຈ ແລະ ຂັ້ນຕອນທີ່ເປັນອັນລະອຽດພ້ອມທັງບາງບັນຫາພຶ້ນຖານທີ່ສໍາຄັນຂອງການວິໄຈກົດໝາຍ.

          ພາຍຫຼັງທີ່ໄດ້ຮັບຟັງການບັນຍາຍທາງດ້ານທິດສະດີແລ້ວ ນັກສຳມະນາກອນ ໄດ້ແບ່ງກຸ່ມເຮັດກິດຈະກໍາ ເພື່ອທົດລອງຕົວຈິງ ໂດຍເລີ່ມຈາກການກໍານົດຫົວຂໍ້, ຄວາມເປັນມາຂອງບັນຫາ, ກໍານົດຈຸດປະສົງຂອງການວິໄຈ, ທົບທວນເອກະສານທີ່ກ່ຽວຂ້ອງ ແລະ ກໍານົດຮູບແບບ ເຄື່ອງມືວິທີການວິໄຈ, ຜ່ານການປະຕິບັດ ທົດລອງເຮັດຕົວຈິງເຫັນວ່າ ນັກສໍາມະນາກອນ ມີຄວາມຮູ້ ຄວາມເຂົ້າໃຈຕໍ່ການຝຶກອົບຮົມຄັ້ງນີ້ເປັນຢ່າງດີ.

          ໃນຕອນທ້າຍຂອງການສໍາມະນາ ເຈົ້າຂອງໂຄງການໄດ້ຕີລາຄາຜົນຂອງການຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ພ້ອມທັງກ່າວປິດຊຸດການສໍາມະນາລົງຢ່າງເປັນທາງການ.