ຫ້ອງການຍຸຕິທໍາເມືອງໄຊເສດຖາ ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາສົກປີ 2017

     ໃນວັນທີ 10 ກຸມພາ 2017 ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງໄຊເສດຖາ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ໂດຍການເປັນປະ ທານຂອງ ທ່ານ ບຸນເພັງ ສີນະວົງພອນ ຄະນະພັກນະຄອນຫຼວງວຽງຈັນ ຫົວໜ້າພະແນກຍຸຕິທໍານະຄອນຫວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຖະໜອມ ທໍາທອງ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ, ມີບັນດາຫົວ ໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ ຕະຫຼອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ ຈໍານວນ 53 ທ່ານ, ຍິງ 12 ທ່ານ.

     ໃນພິທີ ທ່ານ ວັນນະລາ ລືນາມມະຈັກ ວ່າການຫົວໜ້າຫ້ອງການຍຸຕິທໍາເມືອງໄຊເສດຖາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງໄຊເສດຖາ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໃຫ້ແກ່ເລຂາ ພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊເສດຖາ. ຈຸດປະສົງຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຄໍາແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອ ລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານ ມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສໍາລັບວິຊາທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນ 37 ວິຊາ, 30 ໜ່ວຍກິດ. ມີລະຍະເວລາການສິດສອນ ທັງໝົດ 450 ຊົ່ວໂມງ.

     ໃນຕອນທ້າຍພິທີ ທ່ານ  ຖະໜອມ ທໍາທອງ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກເຂົ້າໃຫ້ຜູ້ຮ່ວມການຮຽນກົົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າ ຮຽນ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດນໍາຄູອາຈານ ເພື່ອຈະໄດ້ເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ.

ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ