ຫ້ອງການຍຸຕິທໍາເມືອງໄຊທານີ ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈໍາສົກປີ 2017

     ເພື່ອບຳລຸງຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊທານີ, ຫ້ອງການຍຸຕິທຳເມືອງ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຂຶ້ນ ໃນວັນທີ 15 ກຸມພາ 2017  ໂດຍການເປັນປະທານ ຂອງ ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າພະແນກຍຸຕິທໍານະຄອນຫວຼງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທະລາ ອິນທະລັງສີ  ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆ ໄຊທານີ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງ ການ, ເລຂາພັກບ້ານ, ນາຍບ້ານ ພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ ຈໍານວນ 50 ທ່ານ, ຍິງ 10 ທ່ານ.

     ໃນພິທີ ທ່ານ ອຸ່ນເຮືອນ ແດງວຽງຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງໄຊທານີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງໆໄຊທານີ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໃຫ້ແກ່ເລຂາພັກບ້ານ, ນາຍ ບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊທານີ ຊຶ່ງຈຸດປະສົງຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຄໍາແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາວ່າດ້ວຍ ການຈັດ ຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມ ບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສໍາລັບວິຊາທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນ 37 ວິຊາ, 30 ໜ່ວຍກິດ, ມີລະຍະເວລາການສິດສອນທັງໝົດ 450 ຊົ່ວໂມງ.

     ໃນຕອນທ້າຍຂອງພິທີ ທ່ານ  ຈັນທະລາ ອິນທະລັງສີ  ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆໄຊທານີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກເຂົ້າໃຫ້ຜູ້ຮ່ວມການຮຽນກົົດໝາຍຊັ້ນຕົ້ນໃນຊຸດນີ້ ຈົ່ງພ້ອມກັນ ຕັ້ງໃຈສຶກສາຄົ້ນຄ້ວາຮໍ່າຮຽນ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດນໍາຄູອາຈານ ເພື່ອຈະໄດ້ເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ.

ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ