ພິທີເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ VII ສົກປີ 2017 ຂອງຫ້ອງການຍຸຕິທຳເມືອງຈັນທະບູລີ

    ຫ້ອງການຍຸຕິທຳເມືອງຈັນທະບູລີ ໄດ້ຈັດພິທີເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ VII ສົກປີ 2017 ໃຫ້ແກ່ບຸກຄະລາກອນຢູ່ກຸ່ມບ້ານ, ບັນດາບ້ານຕ່າງໆ ແລະ ຫ້ອງການອ້ອມຂ້າງເມືອງ ໃນວັນທີ 13 ມັງກອນ 2017 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳພິທູນ ຈັນທະກູນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຈັນທະບູລີ ຜູ້ຊີ້ນຳວຽກງານຍຸຕິທຳ, ມີທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ບັນດາອຳ ນາດການປົກຄອງບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ແລະ ພະນັກງານອ້ອມຂ້າງເມືອງຈັນທະບູລີເຂົ້າຮ່ວມ. ການຮຽນການສອນຄັ້ງນີ້ແມ່ນໃຊ້ເວລາ 3 ເດືອນ ຊຶ່ງເລີ່ມແຕ່ກາງເດືອນມັງກອນ ຫາ ກາງເດືອນ ເມສາ ປີ 2017.

     ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການອະນຸມັດເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ສົກປີ 2017, ຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບການຮຽນ-ການສອນ, ແຜນການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VII ສົກປີ 2017.

     ຈຸດປະສົງຂອງການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປີ 2017 ແລະ ເພື່ອເຮັດ ໃຫ້ອົງການປົກຄອງບ້ານ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແນໃສ່ໃຫ້ການບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານປອດຄະດີ. ສະນັ້ນ, ຈຶ່ງໄດ້ມີການຮວບຮວມເອົາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆມາເປັນ ບ່ອນອີງ. ການຮຽນການສອນໃນຄັ້ງນີ້ ປະກອບມີ: ພາກທົ່ວໄປ ມີ 6 ວິຊາ, ພາກລົງເລິກບາງກົດໝາຍມີ 27 ວິຊາ, ພາກວຽກງານຍຸຕິທຳຮາກຖານ ມີ 3 ວິຊາ ແລະ ພາກເຕັກນິກການແຕ່ງເອກະສານ ລວມທັງໝົດມີ 30 ໜ່ວຍກິດ.

     ໃນຕອນທ້າຍຂອງພິທີ ທ່ານ ຄຳພິທູນ ຈັນທະກູນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຈັນທະບູລີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມການຮຽນ-ການສອນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຮ່ຳຮຽນ, ແລກປ່ຽນປະສົບການ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກຄູ, ອາຈານ ເພື່ອນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮັບຈາກການຮຽນ-ການສອນນີ້ໄປນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ສີປະໄພ     ພາບ: ສຸກສາຄອນ